ຂ່າວສານ

ການທູດຫວຽດນາມ: ຈາກພື້ນຖານການທູດໃນການຕໍ່ຕ້ານ, ສ້າງສາປະເທດຊາດຕະຫລອດຮອດການທູດຮອບດ້ານ,ທັນສະໄຫມ

ຫນ້າທີ່ຂອງການທູດໃນໄລຍະປະຈຸບັນ ນັ້ນແມ່ນຮັບປະກັນສິດຜົນປະໂຫຍດຂອງຊາດໃຫ້ສູງສຸດ, ຜັນຂະຫຍາຍການເຄື່ອນໄຫວການຕ່າງປະເທດຢ່າງຄົບຊຸດ, ມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ.
ພິທີເຊັນສັນຍາ ປາຣີ ກ່ຽວກັບ ຫວຽດນາມ ເມື່ອວັນທີ 27/1/1973. (ພາບ:nhandan.com.vn)

ເນື່ອງໃນໂອກາດສະເຫລີມສະຫລອງ 76 ປີແຫ່ງວັນສ້າງຕັ້ງຂະແຫນງການທູດຫວຽດນາມ (28/8/1945-28/8/2021), ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ການທູດຫວຽດນາມ: ຈາກພື້ນຖານການທູດໃນການຕໍ່ຕ້ານ, ສ້າງສາປະເທດຊາດຕະຫລອດຮອດການທູດຮອບດ້ານ,ທັນສະໄຫມ, ຮັບໃຊ້ປະເທດຊາດ”. ບົດຂຽນໄດ້ຢືນຢັນວ່າ: ໃນຕະຫລອດ 76 ປີຜ່ານມາ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອການທູດແຫ່ງສັນຕິພາບ ແລະ ໄມຕິຈິດ ຂອງຊາດ ແລະ ແນວຄິດການທູດໂຮ່ຈີມິນ, ການທູດຫວຽດນາມ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການປະຕິວັດຂອງຊາດ.

ໃນໄລຍະຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ການທູດ ໄດ້ກາຍເປັນແນວຮົບຍຸດທະສາດໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະຈັກກະພັດອາເມລິກາ ແລະ ສ້າງສາປະເທດຊາດ, ຍາດແຍ່ງໄດ້ການສະຫນັບສະຫນູນອັນໃຫຍ່ຫລວງຈາກ ບັນດາປະເທດ ສັງຄົມນິຍົມ ແລະ ປະຊາຊົນຮັກຫອມສັນຕິພາບໃນໂລກ.

ໃນກິດຈະການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ການທູດ ໄດ້ນຳຫນ້າໃນການສ້າງສັນຕິພາບ, ປົກປັກຮັກສາປະເທດຊາດ ແລະ ດຶງດູດແຫລ່ງກຳລັງໃຫ້ແກ່ປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ. ພິເສດ ນັບແຕ່ເມື່ອໂລກລະບາດໂຄວິດ -19 ເກີດຂຶ້ນ ແລະ ຜັນແປສັບສົນໃນໂລກກໍ່ຄືຢູ່ພາຍໃນປະເທດ, ຂະແຫນງການທູດໄດ້ນຳຫນ້າພ້ອມກັບບັນດາກະຊວງ, ຂະແຫນງການຍູ້ແຮງ “ການທູດສາທາລະນະສຸກຢ, “ການທູດ ວັກຊິນ”, ຍາດແຍ່ງການຫນູນຊ່ວຍຢ່າງທັນການ, ມີປະສິດທິຜົນຂອງປະຊາຄົມສາກົນ ກ່ຽວກັບວັກຊິນ, ອຸປະກອນການແພດ ແລະ ຢາປິ່ນປົວ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດປ້ອງກັນຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ.

 

ທ່ານບູ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ. (ພາບ:dangcongsan.vn)

ຫນ້າທີ່ຂອງການທູດໃນໄລຍະປະຈຸບັນ ນັ້ນແມ່ນຮັບປະກັນສິດຜົນປະໂຫຍດຂອງຊາດໃຫ້ສູງສຸດ, ຜັນຂະຫຍາຍການເຄື່ອນໄຫວການຕ່າງປະເທດຢ່າງຄົບຊຸດ, ມີປະສິດທິຜົນ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກກວ້າງ, ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານຂອງການຕ່າງປະເທດໃນການສ້າງ ແລະຮັກສາສັນຕິພາບ, ສະຖຽນລະພາບ, ລະດົມບັນດາແຫລ່ງກຳລັງຈາກພາຍນອກ ຮັບໃຊ້ການພັດທະນາ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ.

ມ້ວນທ້າຍບົດຂຽນ, ທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ: ທົ່ວຂະແຫນງການທູດມານະພະຍາຍາມພ້ອມກັບທົ່ວປະເທດ ຍູ້ໂລກລະບາດໂຄວິດ -19 ໃຫ້ຖອຍໄປ ແລະ ຟື້ນຟູ, ພັດທະນາເສດຖະກິດ ສັງຄົມ, ຕັດສິນໃຈສ້າງພື້ນຖານການທູດຫວຽດນາມຮອບດ້ານ, ທັນສະໄຫມ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດ ເພື່ອໃຫ້ ຫວຽດນາມມີຄວາມເອກະລາດ, ສັນຕິພາບ,  ໝັ້ນຄົງເຂັ້ມແຂງ ວັດທະນາຖາວອນ.     

(ແຫຼ່ງຄັດຈາກ VOV)


top