ຂ່າວສານ

ການທູດ ຫວຽດນາມ - ນ້ຳໃຈເຊື່ອມຕໍ່ເສດຖະກິດໃນ ອາຊຽນ

ຫວຽດນາມ ກາຍເປັນແຫຼ່ງບັນດານໃຈ, ສ້າງກຳລັງໜູນພັດທະນາໃຫ້ບັນດາປະເທດໃນພາກພື້ນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ (ພາບ: TTXVN)  

ຫວ່າງມໍ່ໆມານີ້, ສຳນັກຂ່າວສານ Antara ຂອງ ອິນໂດເນເຊຍ ໄດ້ລົງບົດຂຽນກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ພ້ອມກັບພັນລະຍາ ເດີນທາງໄປຢ້ຽມຢາມ ສິງກະໂປ ແລະ ບຣູໄນ (08-12 ກຸມພາ), ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມ ໃນສະພາບບັນດາປະເທດ ອາຊຽນ ເວົ້າລວມ ແລະ  ຫວຽດນາມ ເວົ້າສະເພາະຊຸກຍູ້ການຮ່ວມມືເພື່ອຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19. ຕາມບົດຂຽນແລ້ວ, ຫວຽດນາມ ກາຍເປັນແຫຼ່ງບັນດານໃຈ, ສ້າງກຳລັງໜູນພັດທະນາໃຫ້ບັນດາປະເທດໃນພາກພື້ນ. ການຢ້ຽມຢາມແມ່ນສານຢ່າງຈະແຈ້ງກ່ຽວກັບຄວາມຫວັງຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເພີ່ມທະວີຄວາມຕິດພັນດ້ານການເມືອງກັບບັນດາປະເທດ ອາຊຽນ ເວົ້າລວມ ແລະ ກັບ ສິງກະໂປ, ບຣູໄນ ເວົ້າສະເພາະ ເພື່ອສ້າງປະຊາຄົມ ອາຊຽນ ປະສົມກົມກຽວ, ວັດທະນະຖາວອນ ແລະ ພັດທະນາແບບຍືນຍົງ.

ສິງກະໂປ, ບຣູໄນ ແລະ  ຫວຽດນາມ ລ້ວນແຕ່ຢືນຢັນຄວາມຕັດສິນໃຈໃນການປະກອບສ່ວນຢ່າງຕັ້ງໜ້າເພື່ອສ້າງປະຊາຄົມ ອາຊຽນ ເຂັ້ມແຂງ, ເປັນເອກະພາບ, ເສີມຂະຫຍາຍບົດບາດໃຈກາງ ແລະ ມີສຽງເວົ້າລວມຂອງ ສະຫະສະມາຄົມ ໃນບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີບັນຫາ ມຽນມາ ແລະ ທະເລຕາເວັນອອກ.


top