ຂ່າວສານ

ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ

      ປັດຈຸບັນ, ກະຊວງການຕ່າງປະເທດ ຫວຽດນາມ ພວມຕັ້ງໜ້າແລກປ່ຽນກັບປະມານ 80 ປະເທດຄູ່ຮ່ວມມືກ່ຽວກັບການຮັບຮອງ ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ ຂອງກັນ. ໄລ່ຮອດຕົ້ນເດືອນທັນວາ 2021 ມີປະເທດຄູ່ຮ່ວມມືຈຳນວນໜຶ່ງ ຄື ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ເບລາຣຸດ ໄດ້ຮັບຮອງໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ ດ້ວຍບາງມາດຕະຖານລະອຽດກ່ຽວກັບຊະນິດວັກຊິນ. 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VTC News)
      ວັນທີ 09 ທັນວາ, ຢູ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອໃຫ້ຕອບຄຳຖາມຕໍ່ນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບການອັບເດດຄວາມຄືບໜ້າໃນການຜັນຂະຫຍາຍ ໜັງສືຜ່ານແດນສຸຂະພາບ ທາງເອເລັກໂຕນິກ (IATA Travel Pass) ຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
        ປັດຈຸບັນ, ກະຊວງການຕ່າງປະເທດ ຫວຽດນາມ ພວມຕັ້ງໜ້າແລກປ່ຽນກັບປະມານ 80 ປະເທດຄູ່ຮ່ວມມືກ່ຽວກັບການຮັບຮອງ ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ ຂອງກັນ. ໄລ່ຮອດຕົ້ນເດືອນທັນວາ 2021 ມີປະເທດຄູ່ຮ່ວມມືຈຳນວນໜຶ່ງ ຄື ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ເບລາຣຸດ ໄດ້ຮັບຮອງໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ ດ້ວຍບາງມາດຕະຖານລະອຽດກ່ຽວກັບຊະນິດວັກຊິນ. ບາງປະເທດຄູ່ຮ່ວມມືອື່ນ ເຊິ່ງໃນນັ້ນມີບັນດາປະເທດ ອາຊຽນ, ສະຫະພາບເອີຣົບ, ຈີນ, ສ.ເກົາຫຼີ… ກໍ່ລ້ວນແຕ່ຕັ້ງໜ້າພິຈາລະນາ ແລະ ລໍຖ້າຝ່າຍ ຫວຽດນາມ ປະກາດໃຊ້, ແນະນຳແບບຟອມ ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ ທີ່ເປັນເອກະພາບກັບກົນໄກຢັ້ງຢືນທາງເອເລັກໂຕນິກ.
        ສຳລັບຝ່າຍ ຫວຽດນາມ, ໄລ່ຮອດວັນທີ 08 ທັນວາ 2021, ຫວຽດນາມ ພວມຮັບຮອງຊົ່ວຄາວແບບຟອມໜັງສືຢັ້ງຢືນການສັກວັກຊິນ ຫຼື ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກຂອງ 78 ປະເທດ ແລະ ເຂດແຄວ້ນ ທີ່ໄດ້ແນະນຳມາຍັງກະຊວງການຕ່າງປະເທດ ຫວຽດນາມ ຢ່າງເປັນທາງການ.
            ກໍໃນການຖະແຫຼງຂ່າວຄັ້ງນີ້, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ກຸຸ່ມບັນດາປະເທດພັດທະນາ G7 ຈະດຳເນີນໃນອາທິດໜ້າ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສແບບທາງໄກ. ພ້ອມດຽວກັນນັ້ນ, ຫວຽດນາມ ພວມແລກປ່ຽນກັບບັນດາປະເທດອື່ນໆໃນ ອາຊຽນ ກ່ຽວກັບຂໍ້ສະເໜີທີ່ວ່າ  ທ່ານປະທານາທິບໍດີ ອາເມລິກາ Joe Biden ຢາກຈັດກອງປະຊຸມສຸດຍອດກັບບັນດາການນຳ ອາຊຽນ. ຫວຽດນາມ ກໍໄດ້ສະແດງທັດສະນະສະໜັບສະໜູນບົດບາດປະທານ ອາຊຽນ ຂອງ ກຳປູເຈຍ ໃນປີ 2022.
(ແຫຼ່ງຄັດຈາກ VOV)

top