ວິຖີຊີວິດ ຂອງ ຄົນ ຫວຽດ

ການດໍາລົງຊີວິດຢູ່ເທິງເກາະ ຕົກຕານ

ເຖິງວ່າ ຍັງປະສົບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ນັກຮົບ ແລະ ປະຊາຊົນ ຢູ່ເທິງເກາະ ຕົກຕານ, ເມືອງເກາະ ເຈື່ອງຊາ, ແຂວງ ແຄງຮວ່າ) ໄດ້ພະຍາຍາມແກ້ໄຂ ຄວາມຫຍຸ້ງຍາກ, ຮັກສາ ອະທິປະໄຕ ທາງທະເລ ຂອງ ປະເທດຊາດ ໄວ້ຢ່າງໝັ້ນຄົງ. 
ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ເກາະ ຕົກຕານ, ສິ່ງທີ່ເຫັນ ໄດ້ງ່າຍທີ່ສຸດ ແມ່ນຮູບພາບ ບັນດານັກຮົບໜຸ່ມ ທ່ີຢູ່ແຖວໜ້າ ຂອງ ຄື້ນລົມ. ປັດຈຸບັນ, ການດຳລົງຊີວິດເທິງເກາະ ຕົກຕານ ມີການປ່ຽນແປງຢ່າງ ເຫັນໄດ້ຊັດ. ຢູ່ເທິງເກາະ ບໍ່ພຽງແຕ່ ມີບັນດາ ກິດຈະກຳຮັບໃຊ້ໜ້າທີ່ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ເທົ່ານັ້ນ, ແຕ່ຍັງມີບັນດາກິດຈະກຳ ຮັບໃຊ້ ໃຫ້ແກ່ ຊີວິດການເປັນຢູ່ ດ້ານວັດທະນະທຳ, ຈິດໃຈ ຂອ ງບັນດາພະນັກງານ, ນັກຮົບ ຢູ່ທີ່ນີ້ອີກດ້ວຍ. ຫໍວັດທະນະທຳ ຢູ່ຈຸດ A, ຈຸດ B ເທິງເກາະ ຕົກຕານ ແມ່ນຕົວຢ່າງໜຶ່ງ. ຢູ່ທີ່ນີ້, ບັນດານັກຮົບຈະມີໂອກາດ ໃນການອອກກຳລັງກາຍ, ຫຼິ້ນກິລາ ແລະ ເຂົ້າຮ່ວມ ໃນບັນດາການເຄື່ອນໄຫວ ດ້ານ ວັດທະນະທຳ. 

ເກາະ ຕົກຕານ ມີຫໍວັດທະນະທຳ ທັງເປັນບ່ອນພົບປະແລກ ປ່ຽນສິລະປະ, ທັງເປັນບ່ອນຈັດຕັ້ງກອງປະຊຸມຂອງ ບັນດາກົມ ກອງທີ່ຕັ້ງທັບຢູ່ເທິງເກາະ. ພາບ: ທົງຫາຍ/VNP


ບັນດານັກຮົບ ຢອກລໍ້ມ່ວນຊື່ນ ກັບໝາ. ພາບ: ທົງຫາຍ/VNP


ອ່ານຈົດໝາຍທີ່ຝາກມາຈາກດິນຕໍ່ແຜ່ນ. ພາບ: ທົງຫາຍ/VNP


ເວລາວ່າງ, ບັນດານັກຮົບນັ່ງຮ້ອງເພງສູ່ກັນຟັງ. ພາບ: ທົງຫາຍ/VNP


ຈັກຕອງນຳ້ທະເລເປັນນຳ້ຈືດ ຮັບໃຊ້ຄວາມຕ້ອງການຢູ່ເທິງເກາະ. ພາບ: ທົງຫາຍ/VNP


ປູກຜັກເທິງເຂດດິນທີ່ແຄບ ເພື່ອຮັບໃຊ້ໃຫ້ແກ່ການ ດຳລົງຊີ ວິດຢູ່ເທິງເກາະ. ພາບ: ທົງຫາຍ/VNP


ຖ່ານໃຊ້ດ້ວຍກຳລັງແຮງແສງຕາເວັນໄດ້ຕິດຕັ້ງເທິງເກາະ ເພື່ອສະໜອງໄຟຟ້າ ຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່ ຂອງບັນດານັກຮົບຢູ່ເທິງເກາະ. ພາບ: ທົງຫາຍ/VNP


ເກາະ ຕົກຕານ ມີລວງຍາວປະມານ 20 ກມ, ກວ້າງ ເກືອບ 7 ກມ, ມີເນື້ອທີ່ປະມານ 140 ກມ2. ພາບ: ທົງຫາຍ/VNP


ເຄື່ອງຝາກມາຈາກດິນຕໍ່ແຜ່ນ. ພາບ: ທົງຫາຍ/VNP


ຈົດໝາຍຝາກມາຈາກດິນຕໍ່ແຜ່ນ. ພາບ: ທົງຫາຍ/VNP


ຝຸງເປັດ ທີ່ລ້ຽງຢູ່ເທິງເກາະ ເພື່ອປັບປຸງອາຫານ ໃຫ້ແກ່ນັກຮົບ. ພາບ: ທົງຫາຍ/VNP
ບັນດານັກຮົບເທິງເກາະ ຕົກຕານ ໄດ້ຮັບນາມມະຍົດເປັນ “ຜູ້ຊ່ຽວຊານ” ໃນການລ້ຽງສັດ ແລະ ປູກຝັງ. ເພື່ອປູກໄດ້ ສວນຜັກທີ່ຂຽວງາມ, ພະນັກງານ ແລະ ນັກຮົບ ຢູ່ເທິງເກາະ ຕ້ອງໃຊ້ຄວາມພະຍາຍາມຢ່າງຍິ່ງ. ນອກຈາກ ປ້ອງກັນລົມ ພັດມາຈາກທະເລ ແລະ ເຄື່ອນຍ້າຍຖາດປູກຜັກ ໄປຕາມ ລະດູການ ຂອງ ລົມ, ຍັງຕ້ອງໃຊ້ຄວາມພະຍາຍາມຢ່າງຍິ່ງ ໃນການຜະລິດດິນປູກຝັງ ເຮັດໃຫ້ ພະນັກງານ ແລະ ນັກຮົບ ຢູ່ທີ່ນີ້ ຕ້ອງໄດ້ໃຊ້ຄວາມພະຍາຍາມຍິ່ງຂຶ້ນ.
ເກາະ ຕົກຕານ ມີລວງຍາວປະມານ 20 ກິໂລແມັດ, ກວ້າງ ເກືອບ 7 ກິໂລແມັດ, ມີເນື້ອທີ່ປະມານ 140 ກມ2, ເຂດ ປາກະລັງ ຢູ່ທິດເໜືອ ມີໜອງນໍ້າແຫ່ງໜຶ່ງ ມີລະດັບຄວາມເລິກ ແຕ່ 15-20 ແມັດ. 

ຄືກັບເກາະ ແຫ່ງຕ່າງໆ ທີ່ຂຶ້ນກັບເມືອງເກາະ ເຈື່ອງຊາ, ເກາະ ຕົກຕານ ກໍປະສົບຄວາມຫຍຸ້ງຍາກຫຼາຍປະການຄື: ຂາດດິນ ທ່ີອຸດົມສມບູນ, ຂາດນໍ້າຈືດ, ສະພາບອາກາດທ່ີຂ້ຽວຂາດ... ແຕ່ບັນດາພະນັກງານ ແລະ ນັກຮົບ ຢູ່ເທິງເທາະ ແກ້ໄຂ ຄວາມຫຍຸ້ງຍາກ ແລະ ສ້າງເຮືອນປູກຜັກ 2 ຫຼັງ ດ້ວຍຜັກ ຫຼາຍຊະນິດຄື: ຜັກບົ້ງ, ຜັກກາດຂຽວ, ຜັກປັງ... ແລະ ປະເພດ ຜັກຫອມຈຳນວນໜຶ່ງຄື: ຜັກອີ່ເລີດ, ຜັກຫອມເຮືອດ, ຜັກອີ່ຕູ່, ບົວລະພາ... ປັດຈຸບັນ, ເທິງເກາະ ຕົກຕານ ເຖິງລະດູໃດ ກໍ່ຈະ ມີຜັກຂອງລະດູນັ້ນມີພ້ອມຢູ່ໃນສວນ.  

ເວລາຢູ່ເທິງເກາະ ຕົກຕານ, ໄດ້ເຫັນກັບຕາຄື້ນຟອງທະເລ ຢູ່ທີ່ນີ້, ຮູ້ສຶກໄດ້ເຖິງການປ່ຽນແປງ ຢ່າງເຫັນໄດ້ຊັດ ຢູ່ເທິງ ເຂດທະເລແຫ່ງນີ້ ຂອງບ້ານເກີດເມືອງນອນ. ທຸກສິ່ງທຸກຢ່າງ ໄດ້ເຮັດໃຫ້ ເກາະ ຕົກຕານ ມີຄວາມສະຫງົບປອດໄພ ແລະ ຢືນຢູ່ຢ່າງໝັ້ນຄົງຕໍ່ພາຍຸລົມແດງ.  
ປະຕິບັດ: ທົງຫາຍ - ແປໂດຍ: ຢືຟຽນ

top