ຂ່າວສານ

ການດຶງດູດ FDI ຂອງ ຫວຽດນາມ ປັບຕົວເຂົ້າກັບທ່າອ່ຽງຟື້ນຟູເສດຖະກິດ

ໄລ່ຮອດທ້າຍເດືອນ ພະຈິກ 2022, ຍອດທຶນ FDI ປະຕິບັດຢູ່ ຫວຽດນາມ ເພີ່ມຂຶ້ນ 15% ແລະ ທຶນຈົດທະບຽນເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021
  (ພາບປະກອບ)  

ປີ 2022, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ-19, ບັນດາການປະທະກັນຢູ່ໃນໂລກ, ໄພເງິນເຟີ້ເກີດຂຶ້ນຢູ່ທົ່ວໂລກກໍຕາມ, ແຕ່ຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕໍ່ພື້ນຖານເສດຖະກິດ ແລະ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ສືບຕໍ່ເພີ່ມຂຶ້ນ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານແຫຼ່ງເງິນລົງທຶນຈົດທະບຽນໃໝ່ເຂົ້າ ຫວຽດນາມ ໄລ່ຮອດໝົດເດືອນ ພະຈິກ 2022 ເພີ່ມຂຶ້ນ 23%; ການປ່ອຍເງິນບັນລຸເກືອບ 20 ຕື້ USD, ເພີ່ມຂຶ້ນກ່ວາ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຖ້າຫາກຄິດສະເລ່ຍແຕ່ລະເດືອນ, ນີ້ແມ່ນຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ປະຕິບັດສູງທີ່ສຸດໃນຮອບເວລາ 5 ປີຜ່ານມາ.

ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ ໄດ້ຟື້ນຟູຄືນໃໝ່ ຍ້ອນບັນດານະໂຍບາຍດຶງດູດການລົງທຶນທີ່ດູດດື່ມ ແລະ ແຜນນະໂຍບາຍເປີດປະຕູພື້ນຖານເສດຖະກິດຄືນໃໝ່ ພາຍຫຼັງເວລາ 2 ປີທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ-19.

ວິສາຫະກິດ FDI ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ການຟື້ນຟູຂອງ ຫວຽດນາມ

ນັບແຕ່ເດືອນ ມີນາ 2022, ບັນດານັກລົງທຶນຕ່າງປະເທດເຫັນໄດ້ສັນຍານປະເອີບໃຈກ່ຽວກັບການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ-19 ຢູ່ ຫວຽດນາມ. ບັນດານັກລົງທຶນທີ່ເຄີຍເປັນຄູ່ຮ່ວມມືຍາວນານຂອງ ເອີລົບ, ອາເມລິກາ ພວມຊອກຫາສະຖານທີ່ລົງທຶນຢ່າງຍາວນານ ແລະ ປອດໄພ. ທີ່ຕັ້ງດ້ານການຄ້າ ດ້ວຍບັນດາສັນຍາການຄ້າເສລີທີ່ໄດ້ລົງນາມແລ້ວໄດ້ຊ່ວຍໃຫ້ ຫວຽດນາມ ເຊື່ອມຕໍ່ກັບພາກພື້ນ ອາຊຽນ ແລະ ທົ່ວໂລກນັ້ນ ແມ່ນທ່າແຮງແກ່ງແຍ້ງ. ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດກວມເອົາສ່ວນຫຼາຍ ແລະ ຈຳນວນເງິນລົງທຶນດັ່ງກ່າວໄດ້ສຸມໃສ່ບັນດາໂຄງການທີ່ມີຄຸນນະພາບສູງ, ມຸ່ງໄປເຖິງການພັດທະນາແບບຍືນຍົງຈາກບັນດາກຸ່ມບໍລິສັດໃຫຍ່ຄື: Apple, Lego, Samsung. ທ່ານ ໂດ້ເຍີດຮ່ວາງ, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:

“ໃນໂຄງປະກອບແຫຼ່ງເງິນລົງທຶນຂອງບັນດາໂຄງການ, ຂົງເຂດອຸດສາຫະກຳປຸງແຕ່ງ,  ຜະລິດອຸດສາຫະກຳໄຟຟ້າ, ເອເລກໂຕນິກນັບມື້ນັບເພີ່ມຂຶ້ນ, ກວມເອົາເກືອບ 60%, ພິເສດໃນປີນີ້ປະກົດມີຫຼາຍໂຄງການລົງທຶນໃນຂົງເຂດ ແລະ ລະບົບຊີວະພາບຂອງການຜະລິດເຄິ່ງຊັກນຳໄຟຟ້າ, ເຮັດໃຫ້ກະແສເງິນລົງທຶຈາກຕ່າງປະເທດຂອງ ຫວຽດນາມ ນັບມື້ນັບມີຄຸນນະພາບສູງກວ່າ”.

  ທ່ານ Alain Cany, ປະທານສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (ພາບ: doanhnghiephoinhap.vn)  

ດ້ວຍແງ່ມູມສັງເກດຂອງນັກລົງທຶນຕ່າງປະເທດ, ທ່ານ Alain Cany, ປະທານສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ, ຢືນຢັນວ່າ:

“ຫວຽດນາມ ນຳມາເຊິ່ງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ ແລະ ພວກຂ້າພະເຈົ້າມີຄວາມພາກພູມໃຈກ່ຽວກັບແງ່ຫວັງຂອງ ຫວຽດນາມ ໃນໄລຍະກາງ ແລະ ໄລຍະສັ້ນ. ແນ່ນອນວ່າ ຫວຽດນາມ ຈະມີທີ່ຕັ້ງທີ່ດີກວ່າໃນຮອບເວລາ 2-3 ປີຈະມາເຖິງ ແລະ ຈະຢັ້ງຢືນທີ່ຕັ້ງຂອງຕົນແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນ ແລະ ດຳເນີນທຸລະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດ. ປະຊາຄົມວິສາຫະກິດ ເອີລົບ ກໍ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນພາຍຫຼັງບັນດາຄຳໝັ້ນສັນຍາ ແລະ ການກຳນົດທິດຢ່າງຈະແຈ້ງຂອງ ຫວຽດນາມ ຈາກກອງປະຊຸມ COP 26 ກ່ຽວກັບການດຶງດູດການລົງທຶນທີ່ມີຄຸນນະພາບສູງ, ການເຕີບໂຕສີຂຽວ, ຫວຽດນາມ ພວມຢູ່ໃນເສັ້ນທາງມຸ່ງໄປເຖິງການຫັນບັນດາຄຳໝັ້ນສັນຍາໃຫ້ປະກົຜົນເປັນຈິງ ໄປພ້ອມກັບການກະທຳ, ສ້າງສະພາບແວດລ້ອມທີ່ສະດວກນັບທັງດ້ານນິຕິກຳ ແລະ ການເງິນ ເພື່ອໜູນຊ່ວຍວິວັດທະນາການຫັນປ່ຽນພະລັງງານ, ຊຸກຍູ້ການເຕີບໂຕແບບຍືນຍົງ, ຖ່າຍທອດເຕັກໂນໂລຊີ”.

ໄລ່ຮອດທ້າຍເດືອນ ພະຈິກ 2022, ຍອດທຶນ FDI ປະຕິບັດຢູ່ ຫວຽດນາມ ເພີ່ມຂຶ້ນ 15% ແລະ ທຶນຈົດທະບຽນເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເຊິ່ງເປັນການຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດຕໍ່ພື້ນຖານເສດຖະກິດ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ. ທ່ານ Niels Christiansen, ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ LEGO, ຖືວ່າ:

“ໂຮງງານຢູ່ ຫວຽດນາມ ແມ່ນໂຮງງານແຫ່ງທີ 6 ຂອງພວກຂ້າພະເຈົ້າ ແລະ ກໍ່ແມ່ນໂຮງງານກຳຈັດກາກບອນແຫ່ງທຳອິດ. ໂຮງງານດັ່ງກ່າວຈະເຂົ້າຮ່ວມລະບົບສະໜອງຂອງພວກຂ້າພະເຈົ້າ ດ້ວຍບົດບາດທຽບເທົ່າກັບໂຮງງານ 5 ແຫ່ງທີ່ສ້າງກ່ອນນັ້ນ ແລະ ພວກຂ້າພະເຈົ້າຈະສະໜອງທຸກຜະລິດຕະພັນທີ່ຜະລິດຢູ່ ຫວຽດນາມ ໃຫ້ແກ່ລູກຄ້າຢູ່ທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ການຟື້ນຟູເສດຖະກິດຂອງ ຫວຽດນາມ ພາຍຫຼັງໂລກລະບາດ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ພວກຂ້າພະເຈົ້າພັດທະນາຢ່າງຍາວນານຢູ່ ຫວຽດນາມ”.

ຫວຽດນາມ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ

ການຄາດຄະເນສະພາບການເສດຖະກິດຂອງ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນສະພາບການໂລກທີ່ຍາກຈະຄາດຄະເນລ່ວງໜ້າໄດ້ນັ້ນ, ແຕ່ໃນໄລຍະຍາວ, ບັນດາອົງການຈັດຕັ້ງ, ວິສາຫະກິດສາກົນ ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ດູດດື່ມຂອງກະແສເງິນລົງທຶນຕ່າງປະເທດ, ຍ້ອນວ່ານີ້ແມ່ນບໍລິເວນສຳຄັນເຊິ່ງບັນດາປະເທດມຸ່ງໄປເຖິງ ເພື່ອປະຕິບັດການເຄື່ອນໄປປຸງແຕ່ງ, ຜະລິດ ສະໜອງໃຫ້ຕະຫຼາດພາກພື້ນ ອາຊຽນ ແລະ ໂລກ. ທ່ານນາງ Virgina B.Foote, ຮອງຫົວໜ້າຫ້ອງການການຄ້າ ອຸດສາຫະກຳ ອາເມລິກາ ປະຈຳ ຫວຽດນາມ (Acham in Vietnam), ຖືວ່າ:

“ນີ້ແມ່ນຈຸດເວລາເຊິ່ງ ຫວຽດນາມ ສືບຕໍ່ປັງປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງມີປະສິດທິຜົນສຳລັບນັກລົງທຶນ, ແກ້ໄຂຄວາມຫຍຸ້ງຍາກດ້ານຊັບພະຍາກອນມະນຸດ, logisstic ແລະ ຄວາມປອດໄພຕໍ່ພະຍາດ. ໂລກລະບາດໂຄວິດ-19 ພວມກຳນົດຮູບແບບສະຖານທີ່ລົງທຶນ, ຍ້ອນເຫດນັ້ນ ນັກລົງທຶນໄດ້ເລືອກເອົາສະຖານທີ່ ບໍ່ພຽງແຕ່ມີສະພາບແວດລ້ອມແຫ່ງການລົງທຶນດູດດື່ມ, ຄ່າແຮງງານຕ່ຳເທົ່ານັ້ນ, ຫາກຍັງມີຄວາມສາມາດຮັບເອົາເຕັກໂນໂລຊີ ແລະ ມູນຄ່າເພີ່ມໃນລະບົບສະໜອງທົ່ວໂລກອີກດ້ວຍ”.

ບັນດາລັດຖະນະໂຍບາຍຢ່າງທັນການຂອງພັກ, ລັດ, ລັດຖະບານ ຫວຽດນາມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ໃຫ້ແກ່ປະຊາຄົມວິສາຫະກິດ FDI. ທ່ານນາງ ຟີທິເຮືອງງາ, ຮອງຫົວໜ້າກົມສະຖິຕິກໍ່ສ້າງ ແລະ ເງິນລົງທຶນ, ກົມໃຫຍ່ສະຖິຕິ ຫວຽດນາມ, ຖືວ່າ:

“ການດຶງດູດລົງທຶນຈາກຕ່າງປະເທດແມ່ນຈຸດແສງສະຫວ່າງຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ທ່າແຮງດ້ານແຫຼ່ງທຶນ, ເສດຖະກິດການເມືອງມະຫາພາກໄດ້ຮັບການຮັກສາໄວ, ຕະຫຼາດຊັບພະຍາກອນມະນຸດໜຸ່ມ, ການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ກໍ່ແມ່ນຕະຫຼາດເຊິ່ງຍາມໃດກໍ່ມີມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ… ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ດຶງດູດການລົງທຶນ”.

ເພື່ອຍົກສູງຄຸນນະພາບບັນດາໂຄງການ FDI, ຫວຽດນາມ ໄດ້ມານະພະຍາຍາມປ່ຽນແປງໃໝ່ບັນດາການເຄື່ອນໄຫວ, ຈາກການສົ່ງເສີມການລົງທຶນ, ກໍ່ສ້າງ, ສ້າງລະບອບນະໂຍບາຍກ່ຽວກັບການລົງທຶນຕ່າງປະເທດໃຫ້ສົມບູນແບບ ສອດຄ່ອງກັບທ່າອ່ຽງພັດທະນາ, ເຂົ້າໃກ້ກັບມາດຕະຖານສາກົນ, ຮັບປະກັນຄວາມຄົບຊຸດ, ສະເໝີຕົ້ນສະເໝີປາຍ, ເປີດເຜີຍ, ກະຈ່າງແຈ້ງ ແລະ ມີລັກສະນະແກ່ງແຍ້ງສູງ. ພ້ອມກັນນັ້ນ, ກໍ່ສົ່ງເສີມການຫັນເປັນຫຼາຍຝ່າຍ, ຫັນບັນດາຄູ່ຮ່ວມມື, ຮູບແບບການລົງທຶນ, ເຊື່ອຕໍ່ກັບພາກພື້ນເສດຖະກິດຢູ່ພາຍໃນປະເທດເປັນຫຼາຍຮູບຫຼາຍແບບ, ສອດຄ່ອງກັບການກຳນົດທິດສ້າງພື້ນຖານເສດຖະກິດຄືນໃໝ່ ແລະ ເປົ້າໝາຍພັດທະນາແບບຍືນຍົງ.


top