ຂ່າວສານ

ການຄາດຄະເນການເຕີບໂຕ ປີ 2026 ຂອງ ຫວຽດນາມ ແມ່ນສູງກວ່າບັນດາພື້ນຖານເສດຖະກິດຢູ່ພາກພື້ນ

ໝາກຜົນດ້ານ ເສດຖະກິດທີ່ຕັ້ງໜ້າຂອງ ຫວຽດນາມ ໃນເຄິ່ງຕົ້ນປີ 2026 ນີ້ສະແດງໃຫ້ເຫັນເຖິງຄວາມຕ້ານທານທີ່ເຂັ້ມແຂງ ແລະ ຄວາມສາມາດບົ່ມຊ້ອນໃນການຮັກສາການເຕີບໂຕຢ່າງແຮງ.
ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ (ພາບ: VNA)

ໝາກຜົນດ້ານ ເສດຖະກິດ​ທີ່​ຕັ້ງ​ໜ້າຂອງ ຫວຽດນາມ ໃນເຄິ່ງຕົ້ນປີ 2026 ນີ້ສະແດງໃຫ້ເຫັນເຖິງຄວາມຕ້ານ​ທານທີ່ເຂັ້ມແຂງ ແລະ ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການຮັກສາການເຕີບໂຕຢ່າງແຮງ. ນີ້​ແມ່ນ​ຄຳຢືນຢັນຂອງທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ, ທີ່ພິທີ​ປະ​ກາດ​ຊື່​ສິງ​ພິມ​ແງ່​ຫວັງການພັດທະນາ ອາຊີ (ADO) ເດືອນ ກັນຍາ 2026, ຈັດ​ຂຶ້ນໃນ​ຕອນເຊົ້າ​ວັນ​ທີ 23 ກັນຍາ, ຢູ່ຮ່າໂນ້ຍ.

ຕາມທ່ານ Shantanu Chakraborty ແລ້ວ, ຍອດຜະລິດຕະພັນພາຍ (GDP) ຂອງ ຫວຽດນາມ ບັນລຸໄດ້​ລະ​ດັບເຕີບໂຕທີ່ໜ້າປະທັບໃຈ 8.2% ໃນເຄິ່ງ​ຕົ້ນ​ປີ 2026.

“ຫວຽດນາມ ກ້າວເຂົ້າສູ່ປີ 2026 ດ້ວຍ​ທ່າເຕີບໂຕເຂັ້ມແຂງທີ່​ສຸດ ແລະ ສືບຕໍ່​​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ໃນເຄິ່ງຕົ້ນປີ 2026, ໂດຍບໍ່​ຫົວ​ຊາ​ຕໍ່​ສະ​ພາບ​ແວດ​ລ້ອມ​ທົ່ວໂລກ​ທີ່​ມີ​ຄວາມ​ຂາດ​ສະ​ຖ​ຽນ​ລະ​ພາບ​ຫຼາຍ​ຢ່າງ. ADB ໄດ້​ຍົກ​ລະ​ດັບ​ການຄາດຄະເນ ການເຕີບໂຕຂອງ ຫວຽດນາມ ຂຶ້ນເປັນ 7,8% ໃນປີ 2026, ເພີ່ມຂຶ້ນຈາກລະ​ດັບ 7.2% ໃນ​ບົດອັບເດດເດືອນ ກໍລະກົດ ຂອງພວກຂ້າ​ພະ​ເຈົ້າ.”

ຕາມ ADB, ວິ​ວັດ​ການປະຕິຮູບຢ່າງຕໍ່ເນື່ອງ ຈະເປັນກຸນແຈເພື່ອ​ໃຫ້ ຫວຽດນາມ ຍົກ​ສູງ​ສະ​ມັດ​ຕະ​ພາບ, ປັບປຸງກຳ​ລັງ​ແຮງ​ພາຍ​ໃນ ແລະ ກ້າວເຂົ້າ​ໃກ້​ກັບ​ກາຍ​ເປັນປະເທດມີລາຍຮັບສູງໃນ​ໄລ​ຍະ​ຈະ​ມາ​ເຖິງ.


top