ຂ່າວສານ

ການກໍ່ສ້າງລະບົບຖານຂໍ້ພື້ນ​ຖານຂະຫນາດໃຫຍ່ເພື່ອເຊື່ອມຕໍ່ລະ​ຫວ່າງບັນ​ດາ​​ອົງ​ການ​ສື່ມວນ​ຊົນ

ໃນໄລຍະຈະມາເຖິງ, ບັນດາອົງການສຳນັກງານແຫ່ງລັດຕ້ອງມີຄວາມຮັບຜິດຊອບຕື່ມອີກໃນການສະໜອງຂໍ້ມູນຂ່າວສານຢ່າງຖືກຕ້ອງ, ທັນການໃຫ້ແກ່ບັນດານັກຂ່າວກ່ຽວກັບບັນຫາສັງຄົມມີຄວາມສົນໃຈ.

ໃນໄລຍະຈະມາເຖິງ, ບັນດາອົງການສຳນັກງານແຫ່ງລັດຕ້ອງມີຄວາມຮັບຜິດຊອບຕື່ມອີກໃນການສະໜອງຂໍ້ມູນຂ່າວສານຢ່າງຖືກຕ້ອງ, ທັນການໃຫ້ແກ່ບັນດານັກຂ່າວກ່ຽວກັບບັນຫາສັງຄົມມີຄວາມສົນໃຈ. ນັກຂ່າວແຕ່ລະຄົນ, ຕ້ອງຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມສາມາດ, ວິຊາສະເພາະເພື່ອໃຫ້ມີບົດຂຽນທີ່ເລິກເຊິ່ງ, ບໍ່ພຽງແຕ່ໃຫ້ຂ່າວສ່ອງແສງເທົ່ານັ້ນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ບັນດາອົງການສຳນັກງານແຫ່ງລັດຕ້ອງເປັນເຈົ້າການຫຼາຍກວ່າໃນການສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການສື່ມວນຊົນເພື່ອກຳນົດຂໍ້ມູນຂ່າວສານຢ່າງເປັນທາງການ ແລະ ວ່ອງໄວ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ຕົ້ນປີໃໝ່ ປີຂານ ທີ່ໄດ້ຈັດຂື້ນໃນຕອນເຊົ້າວັນທີ 8 ກຸມພາ 2022, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າຈຳເປັນຕ້ອງສ້າງລະບົບຖານຂໍ້ມູນໃຫຍ່ເຊື່ອມຕໍ່ລະຫວ່າງບັນດາອົງການສື່ມວນຊົນ. ສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຕ້ອງສະໜັບສະໜູນບັນດາອົງການສື່ມວນຊົນ ໃຫ້ມີລະບົບການວິເຄາະຂໍ້ມູນ ເພື່ອຮັບໃຊ້ວຽກງານໂຄສະນາເຜີຍແຜ່ໃຫ້ດີຂຶ້ນໃນໄລຍະຈະມາເຖິງ. ສື່ມວນຊົນຕ້ອງສືບຕໍ່ເຮັດໜ້າທີໃຫ້ດີ, ເຜີຍແຜ່ເພື່ອໃຫ້ປະຊາຊົນທຸກຄົນ ຕະຫຼວດຮອດ ນັກທຸລະກິດ, ວົງຄະນະຍາດ, ສັງຄົມເຫັນດີເຫັນພ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດບົນຈິດໃຈ “ຮັບມືຢ່າງປອດໄພ, ຄ່ອງຕົວ, ຄົບຄຸມໂລກລະບາດ COVID-19 ຢ່າງມີປະສິດທິຜົນ”

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າໃນໄລຍະຈະມາເຖິງ, ບັນດາອົງການສຳນັກງານແຫ່ງລັດຕ້ອງມີຄວາມຮັບຜິດຊອບຕື່ມອີກໃນການສະໜອງຂໍ້ມູນຂ່າວສານຢ່າງຖືກຕ້ອງ, ທັນການໃຫ້ແກ່ບັນດານັກຂ່າວກ່ຽວກັບບັນຫາສັງຄົມມີຄວາມສົນໃຈ. ນັກຂ່າວແຕ່ລະຄົນ, ຕ້ອງຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມສາມາດ, ວິຊາສະເພາະເພື່ອໃຫ້ມີບົດຂຽນທີ່ເລິກເຊິ່ງ, ບໍ່ພຽງແຕ່ໃຫ້ຂ່າວສ່ອງແສງເທົ່ານັ້ນ.

(ແຫຼ່ງຄັດຈາກ VOV)


top