ສາລະຄະດີ

ກາຈູ່ - ມໍລະດົກ ຂອງ ຊາວ ຫວຽດນາມ

ຈາກບ່ອນຢືນຢູ່ຕໍ່ໜ້າຈະຖືກສູນຫາຍ, ແຕ່ພາຍຫຼັງ 13 ປີ ນັບແຕ່ ໄດ້ຮັບການຮັບຮອງຈາກ ອົງການ

ຈາກບ່ອນຢືນຢູ່ຕໍ່ໜ້າຈະຖືກສູນຫາຍ, ແຕ່ພາຍຫຼັງ 13 ປີ ນັບແຕ່ ໄດ້ຮັບການຮັບຮອງຈາກ ອົງການ UNESCO ໃຫ້ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຈຳເປັນຕ້ອງ ໄດ້ຮັບການ ປົກປັກຮັກສາໂດຍດ່ວນ, ສິລະປະ ກາຈູ່ ຂອງ ຫວຽດນາມ ໄດ້ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆ ປະການເພື່ອຢືນຢັນເຖິງ ກຳລັງຊີວິດ ທີ່ແຮງກ້າຂອງຕົນ. ມາຮອດປັດຈຸບັນ, ສິລະປະ ກາຈູ່ ພື້ນເມືອງພິເສດນີ້ ໄດ້ຮັບການ ຟື້ນຟູຢ່າງແຂງແຮງ, ດຶງດູດ ຄວາມສົນໃຈເປັນພິເສດ ຈາກຄົນໜຸ່ມສາວ ແລະ ຈຳນວນ ສະໂມສອນ ກາຈູ່ ກໍນັບມື້ນັບເພີ່ມຂຶ້ນ.

ຂີດໝາຍທາງດ້ານວິຊາການ ຂອງ ກາຈູ່

ກາຈູ່ ແມ່ນຮູບແບບສິລະປະ ທີ່ມີມາແຕ່ດົນນານ, ເປັນເອກະລັກ ສະ ເພາະ ແລະ ຄວາມໝາຍພິເສດໃນພິພິທະພັນ ດົນຕີ ຫວຽດນາມ ເຊິ່ງມີຄວາມຕິດພັນກັບງານບຸນ, ຮີດຄອງປະເພນີ, ຄວາມເຊື່ອຖື, ວັນນະຄະດີ, ດົນຕີ, ຄວາມຄິດ, ປັດຊະຍາ ໃຊ້ຊີວິດ ຂອງຊາວ ຫວຽດນາມ.

ມາຮອດປັດຈຸບັນ, ຍັງບໍ່ມີໃຜຮູ້ໄດ້ຢ່າງຊັດເຈນວ່າ ກາຈູ່ ມີມາແຕ່ ເມື່ອໃດ, ພຽງແຕ່ຮູ້ວ່າ ກາຈູ່ ເລີ່ມໄດ້ຮັບຄວາມນິຍົມ ແຕ່ສະຕະວັດທີ XV. ກ່ອນໜ້ານີ້, ສິລະປະ ກາຈູ່ ແມ່ນຕິດພັນ ກັບບັນດາການ ເຄື່ອນໄຫວຂອງ “ຢ໋າວເຟື່ອງ”, ອົງການຈັດຕັ້ງປະກອບອາຊີບ ທີ່ມີລັກສະນະສະເພາະພິເສດ ຂອງຜູ້ທຳອາຊີບເປັນນັກຮ້ອງ ແລະ ມັກສະແດງ ໃນ ສະຖານທີ່ຕ່າງໆ ຢູ່ສາລາ, ຫໍວິຫານ, ສະຖານທ່ີ ບູຊາ ບັນພະບຸລຸດ ອາຊີບ, ຫໍໂຮງ ແລະ “ກາກວ໋ານ” (ສະຖານທີ່ ທຳອາຊີບຂອງນັກຂັບລຳພື້ນເມືອງ ໃນສັງຄົມສະໄໝກ່ອນ). ສິລະປະ ກາຈູ່ ບໍ່ພຽງແຕ່ປະກອບສ່ວນ ເຂົ້າໃນການເຄື່ອນໄຫວດ້ານ ວັດທະນະທຳຂອງຊຸມຊົນໃນໝູ່ບ້ານເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນການເຄື່ອນໄຫວ ດ້ານພິທີການ ຂອງ ລັດສັກດິນາ ໃນວຽກງານທາງການທູດອີກດ້ວຍ.


 ກາຈູ່ ມີຮູບແບບການຂັບ ທີ່ອຸດົມສົມບູນ ແລະ ຫຼາກຫຼາຍ. ເນື້ອໃນ ແມ່ນເອົາມາຈາກ ບັນດາກາບກອນ ແລະ ບົດປະພັນທີ່ເປັນຕົວແທນ ຂອງຊາວ ຫວຽດນາມ, ແຕ່ເປັນທີ່ນິຍົມກວ່າໝູ່ຍັງຄົງແມ່ນແບບ “ການຮ້ອງ - ເວົ້າ” ຊຶ່ງເປັນປະເພດຄໍາຮ້ອຍກອງ ມີລັກສະນະເສລີ ແລະ ມີລັກສະນະວັນນະຄະດີສູງ. ຖ້ອຍຄວາມ ແລະ ເນື້ອໃນຂອງ ກາຈູ່ ແມ່ນມີລັກສະນະ ບໍ່ເວົ້າຫຼາຍ ແຕ່ມີຄວາມໝາຍທີ່ອຸດົມສົມ ບູນ, ຮັ່ງມີໄປດ້ວຍລັກສະນະກາບກອນ, ມີອາລົມຈິດ ແລະ ເລິກເຊິ່ງ. ເນື້ອໃນມີທຸກປະເພດ ນັບແຕ່ ເນື້ອໃນການຂັບແບບ ເພີດເພີນໃຈ ຕະຫຼອດຮອດ ແບບກອນລຳ ປະຫວັດສາດກາລະ ພິເສດ, ປັດຊະຍາ ແລະ ອົບຮົມສັ່ງສອນ. ດ້ວຍເຫດນັ້ນ, ໃນສິລະປະ ກາຈູ່, ນັບແຕ່ ຜູ້ແຕ່ງກອນ, ກາເນືອງ (ນັກຂັບຍິງ), ແກັບດ່ານ (ນັກເສບດົນຕີ)  ຕະຫຼອດຮອດ ກວານວຽນ (ຜູ້ຊົມ) ໂດຍປົກກະຕິແລ້ວ ແມ່ນນັກຂຽນ, ປັນຍາຊົນ, ຜູ້ທີ່ມີພອນສະຫວັນ ໃນຂົງເຂດວັນນະຄະດີ ກາບກອນ ແລະ ດົນຕີ.

ກາຈູ່​ ມີ​ຫຼາຍ​ຊື່​ເອີ້ນທີ່ແຕກຕ່າງກັນ ເຊັ່ນ: ຂັບ​ ອ໊າດ່າວ, ຂັບ​ເກື໊ອດິ່ງ, ຂັບ ເກື໊ອກວ່ຽນ, ຂັບ ໂກເດົ່າ, ຂັບ ຍ່າເຕີ, ຂັບ ຍ່າຈໍ່ ແລະ ຂັບ ກາກົງ. ເປັນຮູບແບບສິລະປະ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະ “ຮັບຟັງ ຢູ່ໃນຮ້ອງ” ມີ​ການ​ປະ​ສົມ​ປະ​ສານຢ່າງກົມກຽວ ລະຫວ່າງກະວີ, ຂັບລຳ, ດົນຕີ ແລະ ບາງຄັ້ງມີທັງການຟ້ອນ ແລະ ​​ການ​ສະ​ແດງອີກດ້ວຍ.

ຈິດວິນຍານ ຂອງ ກາຈູ່ ແມ່ນ ກາເນືອງ ຊຶ່ງເປັນຕົວເອກ ຜູ້ມີ ຄວາມສາມາດ ນັບທັງມີຄວາມງາມ ຢ່າງສົມບູນແບບ,  ໄດ້ຮັບການ ຝຶກອົບຮົມຢ່າງມີແບບແຜນ, ລະອຽດ, ສາມາດ ທັງຂັບ ທັງເຄາະ ເຄື່ອງດົນຕີເປັນຈັງຫວະ ແລະ ມີເຕັກນິກ ການຂັບ ທີ່ຊໍານານ ອ່ອນຊ້ອຍ. ຕໍ່ໄປແມ່ນ ແກັບດ່ານ, ຜູ້ຫຼິ້ນ ພິນໄດ໋ (ພິນ 3 ສາຍ) ໄດ້ຢ່າງຄ່ອງແຄ້ວ ປະສານເຂົ້າກັນກັບຈັງຫວະສຽງຂັບ ຂອງ ກາເນືອງ. ສ່ວນໜຶ່ງທີ່ຂາດບໍ່ໄດ້ ນັ້ນແມ່ນຜູ້ຟັງ ຫຼືວ່າ ກວານວຽນ. ໃນຈຳນວນ ກວານວຽນ ນັ້ນໃຜ ມີຄວາມຊຳນານ ດ້ານຫຼັກ ສຳຜັດສຽງ, ເຕັກນິກການຂັບ, ຟ້ອນ... ຈະໄດ້ຮັບການມອບໝາຍ ໃຫ້ຕີກອງ, ເຮັດໜ້າທີ່ເປັນຜູ້ຊຶມຊາບສຽງ, ຮັກສາຈັງຫວະ ທັງສະແດງ ຄວາມຊົມເຊີຍ-ຕິຕຽນ, ໃຫ້ຄວາມຍ້ອງຍໍ-ລົງໂທດ ໂດຍຜ່ານການ ຕີກອງ ໃນທຸກຄັ້ງ ຮັບຟັງ ການສະແດງ ຂອງ ກາເນືອງ, ແກັບດ່ານ. ກວານວຽນ ຈະຂຶ້ນກັບຄວາມຮູ້ສຶກ ແລະ ອາລົມ ຂອງຕົນ ເພື່ອມີວິທີການຕີກອງ ທີ່ແຕກຕ່າງກັນ. ເພາະສະ ນັ້ນ, ການຕີກອງ ແມ່ນສະແດງ ໃຫ້ເຫັນ ລະດັບຂອງຜູ້ຊົມ ກໍຄື ພອນສະຫວັນ ຂອງ ນັກສະແດງ ຢ່າງຈະແຈ້ງ .


ອາດເວົ້າໄດ້ວ່າ ການຊົມ ສະແດງຂັບ ກາຈູ່, ຈະເຫັນໄດ້ ຢູ່ທີ່ນັ້ນ ບໍ່ພຽງແຕ່ ມີຄວາມລະອຽດອ່ອນ, ຄວາມສາມາດ ເທ່ົານັ້ນ, ແຕ່ຍັງ ນັບທັງຄວາມຮຽບຮ້ອຍ, ສູງສັກ ຄືກັນກັບ ພິທີ Geisha ມູນເຊື້ອ ຂອງຊາວ ຍີ່ປຸ່ນ ຫຼື ການສະແດງ Opera ຂອງ ຊາວຕາເວັນຕົກ. 

ເຖິງຈະໄດ້ຮັບຕີລາຄາວ່າ ແມ່ນຮູບການສິລະປະ ທີ່ມີອິດທິພົນ ຢ່າງໃຫຍ່ຫຼວງ ໃນພື້ນຖານດົນຕີພື້ນເມືອງຂອງ ຫວຽດນາມ, ແຕ່ ກາຈູ່ ກໍຍັງຄົງມີຄວາມຜັນແປປ່ຽນແປງ ທັງທາງບວກ ແລະ ທາງລົບ ໃນປະຫວັດສາດ, ຊໍ້າບໍ່ໜຳ ບາງຄັ້ງຢືນຢູ່ຕໍ່ໜ້າ ຈະຖືກສູນຫາຍ. ເພາະສະນັ້ນ, ໃນປີ 2009, UNESCO ໄດ້ຮັບຮອງ ສິລະປະ ກາຈູ່ເປັນມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ຈຳເປັນຕ້ອງ ໄດ້ຮັບການ ປົກປັກຮັກສາ ໂດຍດ່ວນ. ນັບແຕ່ນັ້ນມາ, ດ້ວຍຄວາມ ພະຍາຍາມ ຢ່າງບໍ່ຢຸດຢັ້ງ ຂອງອຳນາດການປົກຄອງລັດ, ອົງການຈັດຕັ້ງສາກົນ ແລະ ພິເສດແມ່ນບັນດານັກສິລະປິນ ແລະ ຜູ້ຮັກມັກສິລະປະ ກາຈູ່, ຮູບການສິລະປະນີ້ຄ່ອຍໆ ໄດ້ຮັບການຟື້ນຟູ ຢ່າງແຂງແຮງ.

ນັກ​ທ່ອງ​ທ່ຽວ​ ຮັບ​ຟັງ ​ສະໂມ​ສອນ ກາຈູ່ ທັງລອງ ​ແນະນຳ​ກ່ຽວ​ກັບ​ສິລະ​ປະ ຂັບ ກາຈູ່ ກ່ອນ​ຊົມ​ການ​ສະ​ແດງ. ພາບ: ເຕິດເຊີນ/VNP

ການຟື້ນ​ຟູ ສິລະປະ ຂັບ ກາຈູ່

ວັນ​ທີ 23 ກຸມພາ 2020, Google ​ໄດ້ສະແດງພາບປະກອບ ການ ສະແດງສິລະ​ປະ ຂັບ ກາຈູ່ ຂອງ​ ຫວຽດນາມ ​ຂຶ້ນ Google Doodle      ​ເໝືອນດັ່ງຄວາມເຊີດຊູຮູບແບບສິລະປະ ທີ່ເປັນເອກະລັກສະເພາະ ຂອງໂລກ. ​ໃນ​ພາກ​ແນະນຳຂອງຕົນ, ​ໃຕ້​ຮູບພາບມີ​ສີ​ສັນທີ່​ສົດ​ໃສ ​ສະ​ແດງ​ໃຫ້​ເຫັນ ​ນັກ​ສິລະ​ປິນ ຂັບ ກາຈູ່ 3 ຄົນ​ ນັ່ງ​ຢ່າງ​ຄ່ຽມຄົມ​ ຢູ່​ເທິງ ສາດລາຍດອກໄມ້, Google ​ໄດ້​ແນະນຳ ຊຶ່ງມີເນື້ອຄວາມວ່າ: ກາຈູ່​ ແມ່ນ​ປະ​ເພດ​ດົນຕີ​ພື້ນ​ເມືອງ​ ທີ່​ເຄີຍມີຊ່ວງເວລາໜຶ່ງ ໄດ້ຮັບ​​ຄວາມ​ເຄົາລົບ​ນັບຖື​ທີ່​ສຸດ​ ຢູ່ ຫວຽດນາມ. ​ໃນ​ໄລຍະ​ທຳ​ອິດ ​ມັນແມ່ນ​ຮູບແບບ ບັນ​ເທີງທົ່ວໄປ ​ຂອງ ຊົນຊັ້ນຂຸນນາງ ໃນ​ພະ​ລາຊະ​ວັງ, ຫຼັງຈາກ​ນັ້ນ​ຄ່ອຍໆ ​ເຂົ້າສູ່​ຊີວິດ​ຂອງ​ຊາວ​ເມືອງ ຮ່າ​ໂນ້ຍ. ການອະນຸ ລັກຮັກສາສິລະ ຂັບ ກາຈູ່ ແມ່ນ ມີຄວາມຫຍຸ້ງຍາກຫຼາຍ ຍ້ອນລັກ ສະນະ ຖ່າຍທອດອາຊີບ ໄດ້ຖືກເກັບຮັກສາໄວ້ເປັນຄວາມລັບ ຕາມ ຮີດຄອງປະເພນີ ເຜີຍແຜ່ປາກຕໍ່ປາກ ຂອງນັກສິລະປິນສະໄໝເກົ່າ; ແຕ່ ໂຊກດີ ເມື່ອບໍ່ດົນມານີ້, ການຂັບ ກາຈູ່ ໄດ້ຟື້ນຕົວຄືນໃໝ່ ເນື່ອງຈາກ ຄວາມພະະຍາຍາມ ຂອງ ບັນດາອົງການຈັດຕັ້ງແຫ່ງລັດ ແລະ ບັນດາອົງການສາກົນ.

ຕາມ​ຜົນ​ການ​ສຳ​ຫຼວດ ​ເມື່ອ​ບໍ່​ດົນ​ມາ​ນີ້, ປັດຈຸ​ບັນ ການຂັບ ກາຈູ່ ​ໄດ້ມີການ​ຟື້ນ​ຟູ​ຢ່າງ​ແຂງ​ແຮງ ​ທັງ​ດ້ານ​ຂະໜາດ ​ແລະ ຄຸນ​ນະພາ​ບຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຕາມ​ສະຖິຕິ​ ບໍ່​ຄົບ​ຖ້ວນ​ ຂອງ​ນັກ​ຄົ້ນ​ຄວ້າ, ​ໃນ​ປີ 2010, ທົ່ວປະເທດມີ​ສະ​ໂມ​ສອນ ກາຈູ່​ ປະມານ 63 ​ແຫ່ງ ດ້ວຍຈຳນວນ 769 ຄົນ (​ໃນ​ນັ້ນ​ມີ ກາເນືອງ 513 ຄົນ, ແກັບດ່ານ ແລະ ຜູ້ຕີກອງ 256 ຄົນ). ສະໂມສອນເຫຼົ່ານີ້ ດຳເນີນງານ ຂ້ອນຂ້າງເປັນປົກກະຕິ ແລະ ມີແຜນການຝຶກແອບ ແລະ ຖ່າຍທອດອາຊີບ ໃຫ້ແກ່ ຄົນຮຸ່ນຫຼັງ ທີ່ຂ້ອນຂ້າງມີແບບແຜນ.


ນອກຈາກນັ້ນ, ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ຍັງພວມ ເກັບຮັກສາບົດຟ້ອນ ກາຈູ່ 7 ສະບັບ, ບົດຂັບ ກາຈູ່ 42 ສະບັບ, ຂໍ້ມູນເອກະສານ ທີ່ເປັນໜັງສືຈີນບູຮານ ກ່ຽວກັບ ກາຈູ່ 26 ສະບັບ ແລະ ປຶ້ມຂຽນກ່ຽວກັບ ກາຈູ່ ປະມານ 25 ສະບັບ. ນີ້ແມ່ນແຫຼ່ງ ເອກະສານ ອັນລ້ຳຄ່າ ທີ່ມີຄຸນປະໂຫຍດ ສຳລັບວຽກງານ ການຄົ້ນຄວ້າ, ອະນຸລັກຮັກສາ ແລະ ພັດທະນາ ກາຈູ່ ຂອງ ບັນດາອົງການທີ່ມີບົດບາດໜ້າທີ່ ແລະ ນັກຄົ້ນຄວ້າ ອີກດ້ວຍ.

ປັດຈຸບັນ, ສິລະປະ ກາຈູ່ ມີຢູ່ໃນ 14 ແຂວງ, ນະຄອນຄື: ຮ່າໂນ້ຍ, ຟູ໋ເຖາະ, ຫວິງຟຸກ, ບັກນິງ, ຫາຍເຢືອງ, ຮຶງອຽນ, ຫາຍຟ່ອງ, ຖາຍບິ່ງ, ນາມດິ້ງ, ແທງຮ໋ວາ, ເຫງະອານ, ຮ່າຕິ້ງ, ກວ໊າງບິ່ງ ແລະ ນະຄອນ ໂຮ່ຈີມິນ. 

ນະຄອນຫຼວງ​ ຮ່າ​ໂນ້ຍ ​ໄດ້​ຖື​ວ່າ ເປັນບໍ່ເກີດ ​ຂອງ ​ສິລະ​ປະ ​ຂັບກາ​ຈູ່ ​ແລະ ຍັງ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ ​ໃນ​ດ້ານ​ການຈັດ​ຕັ້ງ, ຄົ້ນ​ຄວ້າ ​ແລະ ຈຳນວນ​ນັກ​ສິລະ​ປິນ ທີ່​ມີ​ພອນ​ສະຫວັນ. ​ໃນ​ປີ 2009, ຮ່າ​ໂນ້ຍ ມີ​ພຽງ 9 ​ສະໂມສອນ, ມາຮອດປັດຈຸ​ບັນ​ ມີ ​16 ສະໂມສອນ, ​ໃນ​ນັ້ນ​ມີ 50 ຄົນ​ ມີ​ຄວາມ​ສາມາດ​ສິດສອນ ​ແລະ ມີ 220 ຄົນ​ພວມ​ຝຶກແອບ​ຢູ່ຕາມພື້ນຖານຕ່າງໆ. ກາຈູ່ ຂອງ ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ມີ​ການ​ຂະຫຍາຍຕົວ ​ດ້ານ​ຈຳນວນ​ສະ​ໂມ​ສອນ​ ເທົ່າ​ນັ້ນ, ແຕ່​ຍັງ​ພັດທະນາ ທັງດ້ານ​ຄຸນ​ນະພາ​ບການຈັດ​ຕັ້ງ, ການ​ຝຶກ​ອົບຮົມ ​ແລະ ການ​ສະ​ແດງ​ອີກ​ດ້ວຍ. ບັນດາ​ສະ​ໂມ​ສອນ ​ໄດ້​ຄົ້ນ​ຄວ້າ, ຟື້ນຟູສະ​ແດງ​ການຂັບ, ສິລະປະ ການສະແດງ ​ແລະ ບົດຟ້ອນ​ບູຮານໄດ້ 30 ກວ່າບົດ, ພ້ອມທັງ​ແຕ່ງເນື້ອຂັບ​ໃໝ່ໄດ້ 18 ​ບົດ ​ເພື່ອການສະແດງ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ໂດຍສະເພາະ, ຖ້າວ່າ ໃນເມື່ອກ່ອນ, ສະໂມສອນ ເກືອບວ່າບໍ່ມີ ສະ ຖານທີ່ສະແດງສະເພາະ, ການສະແດງ ກໍບໍ່ເປັນປົກກະຕິ, ແຕ່ ໃນປັດຈຸບັນ ໄດ້ມີສະຖານທີ່ສຳລັບການສະແດງຕາຕະລາງ ສະແດງ ແລະ ຕາຕະລາງ ການຮຽນ ການສອນ ເປັນປົກກະຕິ ໃນລະຫວ່າງເດືອນ. ຕົວຢ່າງ: ບັນດາສະຖານທີ່ ສຳລັບ ການສະແດງ ຢູ່ ວິຫານ ກວານເດ໋, ສາລາ ກີມເງິນ ແລະບິກເກົາ ດ້າວກວ໋ານ (ສະຖານທີ່ເພື່ອ ສັກກາລະບູຊາເທວະດາ ຟ້າແຖນ ຂອງ ນັກບວດ ໃນເມື່ອກ່ອນ)... ໄດ້ເປີດການເຄື່ອນໄຫວໄປທຸກອາທິດ, ດຶງດູດ ປະຊາຊົນ ແລະ ນັກທ່ອງທ່ຽວ ທ່ີມາຮັບຊົມ ຮັບຟັງ ເປັນຈຳນວນ ຫຼວງຫຼາຍ.


ບາງສະໂມສອນ ກາຈູ່ ທີ່ມີຊື່ສຽງຂອງ ຮ່າໂນ້ຍ ລວມມີ: ສະໂມສອນ ກາຈູ່ ຮ່າໂນ້ຍ (ເຄື່່ອນໄຫວຢູ່ສາລາ, ເມືອງ ຮວ່ານກ໋ຽມ), ສະໂມ ສອນ ກາຈູ່ ຖ໋າຍຮ່າ (ເຮືອນເລກທີ 27 ຖະໜົນ ຖຸ້ຍເຄວ, ເມືອງ ໄຕໂຮ່), ສະໂມສອນ ກາຈູ່ ໂລ໊ເຄ (ເມືອງ ດົງແອງ), ສະໂມສອນ ກາຈູ່ ດົ່ງຈື໊ (ເມືອງ ເຈືອງໝີ໊), ສະໂມສອນ ກາຈູ່ ຫງ໊າຍເກົ່າ (ເມືອງ ຮ່ວາຍດຶກ), ສະໂມສອນ ກາຈູ່ ແຈງໂທນ (ເມືອງ ຟູ໋ຊວຽນ)… ໃນນັ້ນ, ສະໂມສອນ ຖ໋າຍຮ່າ ເຄີຍເປັນໜຶ່ງໃນສະໂມສອນທີ່ ມີຊື່ສຽງ ໃນເຂດດິນແດນ ທັງລອງ ໃນສະໄໝບູຮານ, ມາຮອດປັດຈຸບັນ ໄດ້ມີ 7 ຮຸ່ນຄົນ ທຳອາຊີບ ສິດສອນ ກາຈູ່. ນັບແຕ່ສ້າງຕັ້ງຂຶ້ນ, ສະໂມສອນ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ເພື່ອຟື້ນຟູສິລະປະ ກາຈູ່ ດ້ວຍການ ຈັດຕັ້ງການສະແດງ ເປັນປະຈຳ ຢູ່ຫຼາຍແຫ່ງ ແລະ ໃນບັນດາເຫດການ ວັດທະນະທຳພິເສດອີກດ້ວຍ. ພິເສດ, ສະໂມສອນ ຍັງໄດ້ຮັບການຊ່ວຍເຫຼືອ ຈາກມູນນິທິ Ford ແລະ ກົມສິລະປະການສະແດງ ເພື່ອການ ສິດສອນ ກາຈູ່ ໃຫ້ແກ່ ສະໂມສອນ ກາຈູ່ 30 ແຫ່ງ ຢູ່ຕາມທ້ອງຖິ່ນ ຕ່າງໆ. ໄດ້ມີ ຊາວ ຕ່າງປະເທດຫຼາຍຄົນຈາກ ອັງກິດ, ຝຣັ່ງ, ແລະ ສ ອາເມລິກາ ໄດ້ມາຮຽນຂັບ ຫຼື ຮຽນຮູ້ເອກະສານ ເພື່ອການ ຄົ້ນຄວ້າ ຫຼື ເຮັດບົດ ວິທະຍານິພົນ ກ່ຽວກັບ ກາຈູ່...

ຜ່ານຜ່າຄວາມລໍາບາກຄວາມທ້າທາຍ, ແມ່ນແຕ່ແນວຄວາມຄິດ ອະຄະຕິທາງລົບ ຂອງສັງຄົມ, ສິລະປະ ກາຈູ່ ຂອງ ຫວຽດນາມ ໄດ້ ຄ່ອຍໆ ຜ່ານພົ້ນ ຊ່ວງເວລາ ທ່ີຍາກລໍາບາກ ເພື່ອກັບຄືນສູ່ ມະຫາ ຊົນ ດ້ວຍຄວາມສວຍງາມທີ່ເຄີຍມີມາ ຂອງຕົນ. ດ້ວຍການຟື້ນຟູ ຢ່າງແຂງແຮງນັ້ນ, ຫວັງວ່າ ກາຈູ່ ຈະໄດ້ເອົາຊື່ ອອກຈາກ ບັນ ຊີລາຍຊື່ ທີ່ຕ້ອງໄດ້ປົກປັກຮັກສາຢ່າງຮີບດ່ວນໂດຍ UNESCO ເພື່ອສາມາດ ພັດທະນາແບບຍືນຍົງ ແລະ ສ້າງຊື່ສຽງ ດັງກ້ອງ ໃຫ້ພື້ນຖານດົນຕີ ຂອງຊາດ ຕໍ່ໄປ. 

ລາຍການຂັບ ກາຈູ່ ຢູ່ ສາລາ ກວານເດ໋, ຮ່າໂນ້ຍ ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ. ພາບ: ເຕິດເຊີນ/VNP 

ບົດ: ຖາວວີ - ພາບ: ກົງດາດ, ເຕິດເຊີນ - ແປໂດຍ: ບິກລຽນ


top