ຂ່າວສານ

“ກັບເມືອດ້ວຍໄຊຊະນະ”: ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ຖືກຈັບກຸມຄຸມຂັງ

ລາຍການສິລະປະໄດ້ສະແດງບັນດາບົດເພງຍ້ອງຍໍຊົມເຊີຍຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ; ອຸດົມການປະຕິວັດຂອງລຸ້ນໜຸ່ມທີ່ໄດ້ກຽມພ້ອມອຸທິດຊ່ວງໄລຍະເຍົາໄວເພື່ອເອກະລາດ, ເສລີພາບຂອງປະເທດຊາດ.
  ການສະແດງສິລະປະທີ່ລາຍການ  

ຕອນຄ່ຳວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ລາຍການສະແດງສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນ “ກັບເມືອດ້ວຍໄຊຊະນະ” ຂອງບັນດານັກຮົບທີ່ຖືກສັດຕູຈັບກຸມຄຸມຂັງນະຄອນຫຼວງ ຮ່າໂນ້ຍ (ມີນາ 1973 - ມີນາ 2023), ໄດ້ດຳເນີນໄປດ້ວຍຄວາມສະເທືອນໃຈ. ລາຍການໂດຍພະແນກວັດທະນະທຳ ແລະ ກິລາ ນະຄອນ ຮ່າໂນ້ຍ ຈັດຕັ້ງຂຶ້ນ.

ລາຍການສິລະປະໄດ້ສະແດງບັນດາບົດເພງຍ້ອງຍໍຊົມເຊີຍຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ; ອຸດົມການປະຕິວັດຂອງລຸ້ນໜຸ່ມທີ່ໄດ້ກຽມພ້ອມອຸທິດຊ່ວງໄລຍະເຍົາໄວເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ລາຍການໄດ້ປະກອບສ່ວນສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນປູ່ຍ່າຕາຍາຍທີ່ໄດ້ເສຍສະຫຼະເລືອດເນື້ອ, ຄາວເຍົາໄວໃຫ້ແກ່ອະນາຄົດຂອງປະເທດຊາດ. ບັນດາແບບຢ່າງທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຂອງບັນດານັກຮົບປະຕິວັດທີ່ຖືກຈັບຕົວຈຳຄຸກ ໄດ້ກາຍເປັນສັນຍາລັກຂອງລັດທິວິລະຊົນປະຕິວັດ, ແມ່ນແບບຢ່າງທີ່ດີຂອງລຸ້ນໜຸ່ມປະກອບສ່ວນສ້າງໜ້າປະຫວັດສາດທີ່ສະຫງ່າງາມຂອງຊາດ.

 


top