ຂ່າວສານ

ກັບຄືນຢາມດິນແດນພູເຂົາໄຟ ກຣົງໂນ ທີ່ແຂວງ ດັກນົງ ເພື່ອຊີມລົດຫອມຂອງເຂົ້າສານພິເສດ

ໂດຍນອນຢູ່ເຄິ່ງກາງແມ່ນ້ຳ ຈາກຣົງໂນ ແລະ ປາກພູເຂົາໄຟ ເນິມບລາງ ຂຶ້ນກັບຕາແສງ ບວນຈວາງ ເມືອງ ກຣົງໂນ ແຂວງ ດັກນົງ ແມ່ນທົ່ງນາທີ່ກວ້າງໃຫຍ່ນັບ 1.000 ເຮັກຕາ ດ້ວຍດິນອຸດົມສົມບູນ. ດິນແດນແຫ່ງເທບນິຍາຍນີ້ ໄດ້ຕິດພັນກັບບັນດາເລື່ອງລາວເລົ່າຂານປາກຕໍ່ປາກ, ກອນລຳທີ່ລຶກລັບ ແລະ ປັດຈຸບັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ພ້ອມທັງມີປະເພດເຂົ້າສານຫອມທີ່ມີຊື່ສຽງ
  ຢູ່ຕາມເດີນບ້ານ ບວນຈວາງ ເມືອງ ກຣົງໂນກໍ່ເຫັນແມ່ຍິງນັບສິບຄົນພວມຕາກເຂົ້າເປືອກ  

ໂດຍຫ່າງຈາກນະຄອນ ບວນມາຖວດ ກວ່າ 35 ກິໂລແມັດ ຫ່າງຈາກທາງຫຼວງເລກ 14 ເກືອບ 30 ກິໂລແມັດ ເດີນຜ່ານເທດສະບານ ບວນເຈິບ ເມືອງ ກຣົງອານາ ແຂວງ ດັກລັກ,  ຕາແສງ ບວນຈວາງ ນອນຢູ່ຟາກເບື້ອງນັ້ນຂອງແມ່ນ້ຳ ມີສິນພິເສດອຸດົມສົມບູນ, ສະພາບທໍລະນີພິເສດສະເພາະ. ທົ່ງນາບວນຈວາງ ນອນຢູ່ຕີນພູເຂົາໄຟ ເນິມບລາງ ແຄມແມ່ນ້ຳ ກຣົງໂນ ຂຶ້ນກັບເຂດສວນສາທາລະນະທໍລະນີທົ່ວໂລກ ຂອງອົງການ Unesco ດັກນົງ. ເນື້ອທີ່ນາທັງໝົດຫຼາຍກວ່າ 700 ເຮັກຕາ ຢູ່ທີ່ນີ້ກໍ່ລ້ວນແຕ່ປູກແນວພັນ ST24,  ST25 ເຊິ່ງແມ່ນບັນດາແນວພັນເຂົ້າສານມີຄຸນນະພາບສູງ ແລະ ຫອມແຖວໜ້າໃນໂລກ. ຕາມທ່ານນາງ ເຈິ່ນທິແທັງເວິນ ປະທານສະມາຄົມຊາວກະສິກອນ ຕາແສງ ບວນຈວາງ, ທົ່ງນາຖືກຂະຫຍາຍເນື້ອທີ່ດ້ວຍດິນສັນດອນແຄມແມ່ນ້ຳ ກຣົງໂນ ພ້ອມກັບແຮ່ທາດຈາກຫີນພູເຂົາໄຟ ໄດ້ຊ່ວຍໃຫ້ເຂົ້າສານ ບວນຈວາງ ມີລົດຫອມພິເສດສະເພາະ. ນາງ ເຈິ່ນທິແທັງເວິນ ໃຫ້ຮູ້ວ່າ:

      “ບໍ່ມີຢູ່ແຫ່ງໃດທີ່ມີທີ່ຕັ້ງພູມມີສາດ ໂດຍທຳມະຊາດດົນບັນດານໃຫ້ເຊັ່ນນີ້, ປັດຈຸບັນ ເມື່ອພວກຂ້າພະເຈົ້າໄດ້ຮັບປະກັນ  ບັນດາຂັ້ນຕອນການຜະລິດ ຮັບປະກັນຄຸນນະພາບ ສິນຄ້າ, ກໍ່ມີວິສາຫະກິດຫຼາຍແຫ່ງ ໄດ້ມາຊອກຊື້. ຄວາມຫວັງຂອງພວກຂ້າພະເຈົ້າ ແມ່ນໄດ້ສ້າງເຄື່ອງໝາຍການຄ້າແລ້ວ ກໍ່ຕ້ອງເຮັດແນວໃດຮັກສາໃຫ້ມັນຍືນຍົງຄົງຕົວ ແລະ ບໍ່ປະໃຫ້ແຫ່ງໃດ ເຮັດລອກແບບຜະລິດຕະພັນຂອງບວນຈວາງ. ພວກຂ້າພະເຈົ້າເດັດດ່ຽວເຮັດຕາມມັດຕະຖານຄຸນນະພາບ ປັດຈຸບັນແມ່ນ ຫວຽດກຣຸບ ໃນໄລຍະທີ່ຈະມາເຖິງຈະສູງກວ່ານີ້ອີກ”.

    ມາຢ້ຽມຢາມສະຫະກອນ ກະສິກຳ ບວນຈວາງ ເມືອງ ກຣົງໂນ, ຢູ່ຕາມເດີນບ້ານກໍ່ເຫັນແມ່ຍິງນັບສິບຄົນພວມຕາກເຂົ້າເປືອກ. ນາງ ຈ້ຽວທິລານ ຊາວເຜົ່າໄຕ ຢູ່ບ້ານ ກາວເຊີນ ຕາແສງ ບວນຈວາງ ເມືອງ ກຣົງໂນ ໃຫ້ຮູ້ວ່າ:

“ນັບແຕ່ການເຮັດດິນ, ຕົກກ້າ, ສິດຢາ ແລະ ເກັບກ່ຽວ ກໍ່ລ້ວນແຕ່ເຮັດດ້ວຍເຄື່ອງຈັກ ເວົ້າລວມແລ້ວວຽກງານຂອງຊາວກະສິກອນ ໃນປັດຈຸບັນກໍ່ສະດວກສະບາຍກວ່າເກົ່າ ແລະ ສະມັດຕະພາບກໍ່ສູງກວ່າເກົ່າ”. 

ທ່ານ ຟ້າມຊວນລາຍ ຮອງຫົວໜ້າສະຫະກອນກະສິກຳ ບວນຈວາງ ໃຫ້ຮູ້ວ່າ ປັດຈຸບັນທາງຫົວໜ່ວຍໄດ້ຮ່ວມສຳພັນກັບຊາວກະສິກອນ ທຳການປູກຝັງໃນເນື້ອທີ່ເຂົ້ານາທາມກວ່າ 440 ເຮັກຕາ ເຊິ່ງຜະລິດເປັນສອງລະດູການນຳໃຊ້ແນວພັນເຂົ້າ ST24,  ST25. ລະດູການຜະລິດປີນີ້ກໍ່ໃຫ້ສະມັດຕະພາບສະເລ່ຍ 10 ໂຕນຕໍ່ເຮັກຕາດ້ວຍລາຄາເຂົ້າສົດຫຼາຍກວ່າ 8.000 ດົ່ງຕໍ່ກິໂລກາມ, ລາຄາເຂົ້າສານຫຼາຍກວ່າ  20.000 ດົ່ງຕໍ່ກິໂລກາມ, ຊາວກະສິກອນກໍ່ໄດ້ກຳໄລປະມານ 50 ລ້ານດົ່ງຕໍ່ເຮັກຕາ. ທ່ານ ຟ້າມຊວນລາຍ ໃຫ້ຮູ້ວ່າ:

“ເຮັດຕາມມາດຕະຖານ VietGap ຮັບປະການຄຸນນະພາບສິນຄ້າ, ມີການຢັ້ງຢືນຕົ້ນກຳເນີດ, ດັ່ງນັ້ນ ມູນຄ່າສິນຄ້າກໍ່ເພີ່ມຂຶ້ນ. ເຂົ້າສົດປັດຈຸບັນຂາຍດ້ວຍລາຄາ ກວ່າ 8.000 ດົ່ງຕໍ່ກິໂລກາມ”.

ຍ້ອນໄດ້ຮັບບຸລິມາສິດພິເສດຈາກເຂດດິນພູເຂົາໄຟ, ດັ່ງນັ້ນເຂົ້າປູກຢູ່ເມືອງ ກຣົງໂນ ແຂວງ ດັກນົງ ກໍ່ມີລົດຫອມພິເສດສະເພາະ. ດ້ວຍການກຳນົດທິດ, ໜູນຊ່ວຍຂອງລັດ, ຊາວກະສິກອນຢູ່ແຫ່ງນີ້ ໄດ້ຮ່ວມສຳພັນທຳການຜະລິດ  ບັນດາປະເພດເຂົ້າສານພິເສດຂອງທ້ອງຖິ່ນ ອັນໄດ້ນຳແຫຼ່ງລາຍຮັບປົກກະຕິຈາກຕົ້ນເຂົ້ານາທາມ ມາສູ່ຊາວກະສິກອນ. ທ່ານ ຢ໊ວນຢາລົກ ຫົວໜ້າຂະແໜງກະສິກຳ ພັດທະນາຊົນນະບົດ ເມືອງ ກຣົງໂນ ໃຫ້ຮູ້ວ່າ ຜະລິດຕະພັນເຂົ້າສານ ບວນຈວາງ ໄດ້ຮັບການຢັ້ງຢືນຈາກໂຄງການແຕ່ລະຕາແສງ ມີຜະລິດຕະພັນສີ່ດາວຂອງແຂວງ. ທ່ານ ຢ໊ວນຢາລົກ ໃຫ້ຮູ້ວ່າ:

“ທາງເມືອງກໍ່ຄືບັນດາອົງການວິຊາການ ຈະຕ້ອງສົມທົບກັນຢ່າງແໜ້ນແຟ້ນ   ກັບບັນດາສະຫະກອນ ເພື່ອສະໜອງຄຸ້ມຄອງການຜະລິດ ໃຫ້ເປັນຢ່າງດີ. ທີສອງແມ່ນຕ້ອງມີກົນໄກນະໂຍບາຍ ເພື່ອຮັກສາຜະລິດຕະພັນດິບທັງໝົດ ເພື່ອຮັບໃຊ້ໃຫ້ແກ່ການປຸງແຕ່ງຢູ່ທ້ອງຖິ່ນ. ບໍ່ພຽງແຕ່ຂາຍເຂົ້າສານເທົ່ານັ້ນ ໃນໄລຍະທີ່ຈະມາເຖິງ ອາດຈະປຸງແຕ່ງແບບລົງເລິກ ຍົກຕົວຢ່າງຄື ເຮັດເສັ້ນເຝີຈາກເຂົ້າສານ ST25, ເຮັດເຂົ້າຂຽບ ST25”

ກຣົງໂນ ແມ່ນສະຖານທີ່ທ່ອງທ່ຽວ ນອນໃນສວນສາທາລະນະທໍລະນີທົ່ວໂລກ Unesco ດັກນົງ.   ໂດຍໄດ້ຮັບບຸລິດມະສິດພິເສດຈາກທໍລະນີ ແລະ ດິນຟ້າອາກາດປະສາມສົມທົບກັບການຜະລິດກະສິກຳແບບປອດໄພ, ຕົ້ນເຂົ້າຢູ່ດິນແດນພູເຂົາໄຟ ກຣົງໂນ ພວມນຳມາເຊິ່ງລະດູການຜະລິດ ທີ່ໄດ້ຮັບຜິດດີໃຫ້ແກ່ຊາວກະສິກອນ.

top