ຂ່າວສານ

ກະ​ຊ​ວງ​ປ້ອງ​ກັນ​ປະ​ເທ​ດ​ຫວຽດ​ນາມ ຍ້ອງ​ຍໍ​ຊົມ​ເຊີຍ​ນຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ພົນ​ທະ​ຫານ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ກູ້​ໄພ​ກູ້​ຊີບ​ຢູ່ ຕວກ​ກີ

ທ່ານລັດຖະມົນຕີຫວັງວ່າ ພົນ ແລະ ນາຍທະຫານຈະສືບຕໍ່ພະຍາຍາມ, ຕັດສິນໃຈຫຼາຍກ່ວາອີກໃນວຽກງານກູ້ໄພກູ້ຊີບຢູ່ ຕວກກີ.
   (ພາບ: TTXVN)  

ວັນທີ 18 ກຸມພາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຈົດໝາຍມາຍັງພົນ ແລະນາຍທະຫານ,  ເຂົ້າຮ່ວມການກູ້ໄພກູ້ຊີບມະນຸດສະທຳຢູ່ ຕວກກີ.

ໃນຈົດໝາຍ, ທ່ານລັດຖະມົນຕີ ເນັ້ນໜັກວ່າ, ວຽກງານຂອງພົນ ແລະ ນາຍທະຫານ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຄວາມສາມາດ, ອິດທິພົນຊື່ສຽງຂອງກອງທັບ ຫວຽດນາມ ຊື່ງໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະຊາຄົມໂລກ, ລັດຖະບານ ແລະ ປຊຊ ຕວກກີ. ກະຊວງປ້ອງກັນປະເທດຫວຽດນາມ ຍ້ອງຍໍຊົມເຊີຍບັນດາໝາກຜົນ, ນ້ຳໃຈ, ຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມຂອງພົນ ແລະ ນາຍທະຫານ ແລະ ທ່ານລັດຖະມົນຕີຫວັງວ່າ ພົນ ແລະ ນາຍທະຫານຈະສືບຕໍ່ພະຍາຍາມ, ຕັດສິນໃຈຫຼາຍກ່ວາອີກໃນວຽກງານກູ້ໄພກູ້ຊີບຢູ່ ຕວກກີ.


top