ຂ່າວສານ

ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ​ຫວຽດ​ນາມການ​ຄ້າ​ຮັບ​ປ​ະ​ກັນ​ແຫຼ່ງ​ສະ​ໜອງ​ສິນ​ຄ້າ​ຈຳ​ເປັນ​ໃຫ້​ແກ່ ປ​ຊ​ຊ

ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ມີເອກະສານຊີ້ນຳພະແນກອຸດສາຫະກຳການຄ້າບັນດາແຂວງນະຄອນ ຕ້ອງເເປັນເຈົ້າການສ້າງບັນດາແຜນການຮັບມື ເພື່ອກຽມພ້ອມສະໜອງສິນຄ້າໃນຕະຫຼາດໃຫ້ເປັນປົກກະຕິ.
ປຊຊ ນະຄອນໂຮ່ຈິມິນ ໄປຊື້ສິນຄ້າເມື່ອວັນທີ 30 ພຶດສະພາ (ພາບ: vov)

ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ມີເອກະສານຊີ້ນຳພະແນກອຸດສາຫະກຳການຄ້າບັນດາແຂວງນະຄອນ ຕ້ອງເເປັນເຈົ້າການສ້າງບັນດາແຜນການຮັບມື ເພື່ອກຽມພ້ອມສະໜອງສິນຄ້າໃນຕະຫຼາດໃຫ້ເປັນປົກກະຕິ, ມີບັນດາມາດຕະການໜູນຊ່ວຍການຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ ແລະ ແນະນຳການເກັບຊື້, ຈຳໜ່າຍສິນຄ້າ, ຜະລິດຕະພັນກະເສດຢູ່ເຂດເກີດໂລກລະບາດໂຄວິດ 19. ທ່ານເຈິ່ນຢຸຍດົງ, ຫົວໜ້າກົມຕະຫຼາດພາຍໃນປະເທດ,     ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ:

   ຢູ່ບັນດາທ້ອງຖິ່ນ, ວຽກງານສະສົມສິນຄ້າ ຮັບໃຊ້ຄວາມຕ້ອງການຈຳເປັນຂອງ ປຊຊ ໄດ້ຮັບການຜັນຂະຫຍາຍປະຕິບັດ ຕາມບັນດາແຜນການສະສົມສິນຄ້າ, ບັນດາທ້ອງຖິ່ນຍັງເປັນເຈົ້າການແຫຼ່ງສະໜອງສິນຄ້າເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ຄື: ຜ້າອັດປາກ-ດັງ, ນ້ຳຢາຂ້າເຊື້ອ ເພື່ອຮັບໃຊ້ຕະຫຼາດຂອງທ້ອງຖິ່ນກໍ່ຄືສາມາດໜູນຊ່ວຍບັນດາທ້ອງຖິ່ນອື່ນໆ.

(ແຫຼ່ງຄັດຈາກ VOV)


top