ຂ່າວສານ

ກະ​ຊວງ​ພາຍ​ໃນ​ຮ່ວມ​ມື​ກັບ ​ສ​ປ​ຊ ເພື່ອ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຢ່າງ​ໝັ້ນ​ແກ່ນ

ທ່ານນາງ Pauline Tamesis ຢັ້ງຢືນວ່າ ດ້ວຍທ່າແຮງໃນຂົງເຂດຄຸ້ມຄອງພາກລັດ, ອົງການນີ້ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບ ກະຊວງພາຍໃນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາເນື້ອໃນເຊິ່ງ ຫວຽດນາມ ມີຄວາມສົນໃຈ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: Moha)

ທີ່ການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ໃນວັນທີ 5 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໄດ້ເນັ້ນໜັ້ກວ່າ ການສ້າງອຳນາດການປົກຄອງທ້ອງຖິ່ນເຂັ້ມແຂງແມ່ນໜຶ່ງໃນ 4 ເສົາຄ້ຳສຳຄັນ ໃນການຮ່ວມມືໄລຍະໃໝ່. ທ່ານນາງ ຟ້າມທິແທັງຈ່າ ສະແດງຄວາມຫວັງວ່າ ບັນດາອົງການ ສປຊ ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ບໍ່ພຽງແຕ່ດ້ວຍແຫຼ່ງກຳລັງເທົ່ານັ້ນ ຫາກຍັງ ດ້ວຍການແບ່ງປັນບົດຮຽນປະສົບການ ແລະ ໃຫ້ຄຳປຶກສານະໂຍບາຍ ອີກດ້ວຍ, ເພື່ອໜູນຊ່ວຍກະຊວງພາຍໃນປະຕິບັດສຳເລັດໜ້າທີ່ສຳຄັນໃນການຄຸ້ມຄອງຂອງລັດ ຢູ່ບັນດາຂົງເຂດຫຼັກແຫຼ່ງ. ນັ້ນແມ່ນການປັບປຸງລະບອບລະບຽບການ, ຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານ, ລັດຖະກອນ, ຊຸກຍູ້ຄວາມກ້າວໜ້າທາງສັງຄົມ ກໍ່ຄືຜັນຂະຫຍາຍການຄຸ້ມຄອງທີ່ທັນສະໄໝໃນພື້ນຖານດີຈີຕອນ. ຈາກແງ່ມູນສາກົນ, ທ່ານນາງ Pauline Tamesis ຢັ້ງຢືນວ່າ ດ້ວຍທ່າແຮງໃນຂົງເຂດຄຸ້ມຄອງພາກລັດ, ອົງການນີ້ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບ ກະຊວງພາຍໃນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາເນື້ອໃນເຊິ່ງ ຫວຽດນາມ ມີຄວາມສົນໃຈ.


top