ຂ່າວສານ

ກະ​ຊວງ​ຕຳຫຼວດ ໄຂລາຍ​ການ Gala “ປະ​ເທດ​ຊ​າ​ດ​ສະ​ຫງົບ​ສຸກ” ຢູ່ ດ່າ​ໜັງ

ສານ​ລຸ​ລ່ວງ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ​່ນ​ຢັ້ງ​ຢືນ​ຈັນ​ຍາ​ບັນ, ພູມ​ປັນ​ຍາ ແລະ ການ​ເສຍ​ສະ​ຫຼະ​ແບບ​ມິດ​ງຽບ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ.
  Gala “ປະ​ເທດ​ຊ​າ​ດ​ສະ​ຫງົບ​ສຸກ” (ພາບ: VOV)  

ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ, ມຸ່ງ​ໄປ​ເຖິງ​ການ​ສະເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​ຄົບ​ຮອບ 80 ປີ, ຕອນ​ຄ່ຳ​ວັນ​ທີ 29 ເມ​ສາ, ຢູ່​ນະ​ຄອນ ດ່າ​ໜັງ, ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ໜັງ ຈັດ​ງານ Gala “ປະ​ເທດ​ຊ​າ​ດ​ສະ​ຫງົບ​ສຸກ”.

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ປະ​ເທດ​ຊາດ​ສະ​ຫງົບ​ສຸກ” ແມ່ນ​ລາຍ​ການ​ທີ່​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ດ້ວຍ​ບັນ​ດາ​ພາກສະ​ແດງ: ຕີ​ກ້ອງ​ປາກ​ສາກ, ການ​ແຫ່​ຂະ​ບວນ​ວັດ​ທະ​ນະ​ທຳ, ລະ​ຄອນ​ຟ້ອນ​ລຳ, ການ​ສະ​ແດງ​ບັນ​ດາ​ກໍ​ລະ​ນີ​ວິ​ຊາ​ສະ​ເພາະ ແລະ ພິ​ທີ​ສົ່ງ​ແຫຼ່ງ​ບັນ​ດານ​ໃຈ​ລະ​ຫວ່າງ​ບັນ​ດາ​ລຸ້ນ​ຄ​ົນ. ສານ​ລຸ​ລ່ວງ​ຂອງ​ລາຍ​ການ​ດັ່ງ​ກ່າວ​ແມ​່ນ​ຢັ້ງ​ຢືນ​ຈັນ​ຍາ​ບັນ, ພູມ​ປັນ​ຍາ ແລະ ການ​ເສຍ​ສະ​ຫຼະ​ແບບ​ມິດ​ງຽບ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ.

  ​ພິ​ທີ​ມອບ​ສົ່ງ​ອັດ​ຖິ​ທະ​ຫານ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ (MIA) ຄັ້ງ​ທີ 172 (ພາບ: qdnd.vn)  

ເນື່ອງ​ໃນ​ໂອ​ກາດ​ນີ້, ວັນ​ທີ 29 ເມ​ສາ, ຢູ່​ ດ່າ​ໜັງ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ສົມ​ທົບ​ກັນ​ຈັດ​ພິ​ທີ​ມອບ​ສົ່ງ​ອັດ​ຖິ​ທະ​ຫານ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ (MIA) ຄັ້ງ​ທີ 172 ຂຶ້ນ​ຢ່າງ​ສົມ​ກຽດ.


top