ຂ່າວສານ

ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸ​ມທາງອອນ​ລາຍກ່ຽວ​ກັບ​ການສະ​ກັດ​ກັ້ນ, ຕ້ານ​ໂລກ​ລະ​ບາດ Covid-19

ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ສະເໜີໃຫ້ອົງຄະນະພັກ, ການນຳກຳລັງຕຳຫຼວດທຸກຂັ້ນຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດຕັ້ງໜ້າໃນການເປັນເສນາທິການໃຫ້ອົງຄະນະພັກ, ອຳນາດການປົກຄອງ, ຄະນະຊີ້ນຳການສະກັດກັ້ນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ ແລະ ເປັນເຈົ້າການສົມທົບ, ແລກປ່ຽນສະພາບການກັບບັນດາກຳລັງສາທາລະນະສຸກ ແລະ ກອງທັບທີ່ເຂົ້າຮ່ວມວຽກງານສະກັດກັ້ນ, ຕ້ານໂລກລະບາດເພື່ອຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການທີ່ເໝາະສົມເພື່ອຮັບມືກັບສະພາວະການ.


ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)


ຢູ່ທີ່ກອງປະຊຸມທາງອອນລາຍຂອງກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການສະກັດກັ້ນ, ຕ້ານໂລກລະບາດ Covid-19, ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 10 ມີນາຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ສະເໜີໃຫ້ອົງຄະນະພັກ, ການນຳກຳລັງຕຳຫຼວດທຸກຂັ້ນຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດຕັ້ງໜ້າໃນການເປັນເສນາທິການໃຫ້ອົງຄະນະພັກ, ອຳນາດການປົກຄອງ, ຄະນະຊີ້ນຳການສະກັດກັ້ນ, ຕ້ານໂລກລະບາດຢູ່ທ້ອງຖິ່ນ ແລະ ເປັນເຈົ້າການສົມທົບ, ແລກປ່ຽນສະພາບການກັບບັນດາກຳລັງສາທາລະນະສຸກ ແລະ ກອງທັບທີ່ເຂົ້າຮ່ວມວຽກງານສະກັດກັ້ນ, ຕ້ານໂລກລະບາດເພື່ອຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການທີ່ເໝາະສົມເພື່ອຮັບມືກັບສະພາວະການ,        ກໍລະນີຕ່າງໆ; ນັບທັງໃນກໍລະນີບັງເອີນ ແລະ ຮ້າຍແຮງທີ່ສຸດ. ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ເປົ້າໝາຍວຽກງານ ສະກັດກັ້ນ, ຕ້ານໂລກລະບາດແມ່ນຮັບປະກັນຄວາມປອດໄຟຢ່າງເດັດຂາດ, ບໍ່ປະໃຫ້ບັນດາພະນັກງານນັກຮົບຖືກຕິດແປດ. ຫົວໜ້າກົມກອງຕ້ອງຮຽກຮ້ອງນັກຮົບແຕ່ລະຄົນຍົກສູງຄວາມຮູ້ທາງດ້ານການແພດກ່ຽວກັບການສະກັດກັ້ນ, ຕ້ານໂລກລະບາດ, ຍົກສູງສະຕິການປ້ອງກັນຕົນເອງ, ຄອບຄົວ ແລະ ປ້ອງກັນວົງຄະນະຍາດ; ສຳເລັດການແຈ້ງອາການສຸຂະພາບໃນເວລາກຳນົດໄວທີ່ສຸດ… ພ້ອມກັນນັັ້ນ, ກໍ່ເພີ່ມທະວີການຄຸ້ມຄອງຄົນຕ່າງປະເທດ; ເພີ່ມທະວີການຄຸ້ມຄອງບໍລິເວນເພື່ອເປັນເຈົ້າການສົມທົບກັບອົງການທີ່ມີໜ້າທີ່ຈັດຕັ້ງປະຕິບັດບັນດາຫຼັກການຂອງການສະກັດກັ້ນໂລກລະບາດ.   
 (ແຫຼ່ງຄັດຈາກ VOV)

top