ຂ່າວສານ

ກະ​ຊວງ​ການ​ຕ່າງ​​ເທດ​ຮີບ​ເຮັ່ງ​ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ເຫດ​ເຮືອ​ສະ​ປິດ​ໂປ໊ດ​ປິ້ນ​ຂ​ວ້ຳ ຢູ່​ຝຸກວັກ

ກະ​ຊວງ​ການ​ຕາງ​ປະ​ເທດ​ໄດ້​ສົ່ງ​ເອ​ກະ​ສານ​ທາງ​ການ​ທູດ ໄປ​ຍັງ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຮ່າ​ໂນ້ຍ, ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໄດ້ສົ່ງເອ​ກະ​ສານ​ທາງ​ການ​ທູດ ​ໄປ​ຍັງກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ​ເພື່ອ​ແຈ້ງ​ກ່ຽວ​ກັບ​ເຫດ​ການ
  ຜູ້​ປະ​ສົບ​ເຄາະ​ຮ້າຍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ປິ່ນ​ປົວ​ຢູ່​ໂຮງ​ໝໍ ໃນ​ເກາະ​ຝຸກວັກ (ພາບ: VNA)  

​ໂດຍ​ກ່ຽວ​ຂ້ອງ​ເຖິງ​ເຫດ​ເຮືອ​ສະ​ປິດ​ໂປ໊ດ​ປິ້ນ​ຂວ້ຳ ຢູ່​ຝຸກວັກ​ໃນ​ວັນ​ທີ 11 ກໍ​ລະ​ກົດ 2026 ຍ້ອນ​ອາ​ກາດ​ຮ້າຍ​ແຮງ, ມາ​ຮອດ​ປັດ​ຈຸ​ບັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ ແລະ ພວມ​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອານ​ຢາງ ແລະ ເຂດ​ພິ​ເສດ​ຝຸກວັກ ພ້ອມ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ, ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຮ່າ​ໂນ້ຍ, ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ ຮີ​ບ​ເຮັ່ງ​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ພົນ​ລະ​ເມືອງ ອິນ​ເດຍ ປະ​ສົບ​ເຄາະ​ຮ້າຍ.

ກະ​ຊວງ​ການ​ຕາງ​ປະ​ເທດ​ໄດ້​ສົ່ງ​ເອ​ກະ​ສານ​ທາງ​ການ​ທູດ ໄປ​ຍັງ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຮ່າ​ໂນ້ຍ, ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໄດ້ສົ່ງເອ​ກະ​ສານ​ທາງ​ການ​ທູດ ​ໄປ​ຍັງກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ​ເພື່ອ​ແຈ້ງ​ກ່ຽວ​ກັບ​ເຫດ​ການ. ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັຢ່າງ​ແໜ້ນ​ແຟ້ນ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ອານ​ຢາງ ແລະ ເຂດ​ພິ​ເສດ​ຝຸກວັກ ພ້ອມ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ກ່ຽວ​ຂ້ອງ, ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຮ່າ​ໂນ້ຍ, ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ ສືບ​ຕໍ່​ຕິດ​ຕາມ​ເຫດ​ການ, ຮີ​ບ​ດ່ວນ​ປະ​ຕິ​ບັດ​ວຽກ​ງານ​ກົງ​ສູນ, ປົກ​ປ້ອງ​ພົນ​ລະ​ເຮືອນ ແລະ ນຳ​ຊາບ​ສົບ​ຂອງ​ແຂກ​ທ່ອງ​ທ່ຽວ​ເສຍ​ຊີ​ວິດ​ກັບ​ເມື່ອ​ອິນ​ເດຍ​ໂດ​ຍ​ໄວ​ຖືກ​ຕ້ອງ​ຕາມ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຂອງ​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ.


top