ຂ່າວສານ

ກະ​ກຽມ​ເປັນ​ຢ່າງ​ດີ​ທີ່​ສຸດ ໃຫ້​ແກ່ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ຮຽກຮ້ອງວ່າ ຕ້ອງນຳໃຊ້ເວລາຫຼາຍທີ່ສຸດ ເພື່ອປຶກສາຢູ່ໜ່ວຍ ແລະ ຢູ່ຫໍປະຊຸມ;
(ພາບ: quochoi.vn)

ຕອນບ່າຍວັນທີ 18 ຕຸລາ, , ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ເຮັດວຽກກັບຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບການກະກຽມບັນດາເງື່ອນໄຂຈັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 20 ຕຸລາ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ເນັ້ນໜັກວ່າ ຄຳຮຽກຮ້ອງອັນໃຫ່ຍຫຼວງໄດ້ວາງອອກໃນວິວັດການກະກຽມ ແລະ ຈັດສະໄໝປະຊຸມຄັ້ງນີ້ ແມ່ນທັງພະຍາຍາມຫລຸດເວລາເຮັດວຽກ ແຕ່ຍັງຕ້ອງຮັບປະກັນຄຸນນະພາບບັນດາຂໍ້ຕົກລົງຂອງສະພາແຫ່ງຊາດ ສຳລັບການພັດທະນາຂອງປະເທດຊາດ ໃນປີ 2022 ແລະ ຊຸມປີຕໍ່ໄປ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

ໃນວິວັດການຈັດສະໄໝປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ຮຽກຮ້ອງວ່າ ຕ້ອງນຳໃຊ້ເວລາຫຼາຍທີ່ສຸດ ເພື່ອປຶກສາຢູ່ໜ່ວຍ ແລະ ຢູ່ຫໍປະຊຸມ; ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບວຽກງານເລຂາ; ສະຫລຸບຄຳເຫັນປຶກສາຫາລື ແລະ ອະພິປາຍບັນດາບັນຫາໄດ້ວາງອອກຜ່ານການປຶກສາຫາລື.

(ແຫຼ່ງຄັດຈາກ VOV)


top