ຂ່າວສານ

ກະ​ກຽມ​ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ໃຫ້​ແກ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາວ່າ ກອງປະຊຸມດັ່ງກ່າວ ໄດ້ປະກອບຫຼາຍຄຳຄິດເຫັນທີ່ແທດຈິງ, ມີຄວາມເຫັນດີເຫັນພ້ອມ ແລະ ມີຄວາມເປັນເອກະພາບຢ່າງສູງ.
ພິທີອັດກອງປະຊມ (ພາບ: TTXVN)

 ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນເຊົ້າວັນທີ 14 ກໍລະກົດ, ກອງປະຊຸມຄັ້ງທີ 58 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນພິທີອັດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາວ່າ ກອງປະຊຸມດັ່ງກ່າວ ໄດ້ປະກອບຫຼາຍຄຳຄິດເຫັນທີ່ແທດຈິງ, ມີຄວາມເຫັນດີເຫັນພ້ອມ ແລະ ມີຄວາມເປັນເອກະພາບຢ່າງສູງ, ໂດຍສະເພາະແມ່ນບັນດາເນື້ອໃນ: ແຜນການ 5 ປີ ກ່ຽວກັບການພັດທະນາເສດຖະກິດສັງຄົມ, ການລົງທຶນສາທາລະນະ, ການເງິນແຫ່ງຊາດ, ແຜນການກູ້ຢືມ ແລະ ຊຳລະໜີ້ສາທາລະນະ, ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025…

        ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຍັງອີກບໍ່ຮອດ 1 ອາທິດ ກໍຈະຮອດມື້ດໍາເນີນພິທີໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ດ້ວຍເນື້ອໃນສຳຄັນ ແລະ ມີຄວາມໝາຍຫຼາຍຢ່າງ. ໄລ່ຮອດປັດຈຸບັນນີ້, ບັນດາເນື້ອໃນທັງໝົດກໍໄດ້ຮັບການກະກຽມຢ່າງສຳເລັດ ແລະ ພ້ອມແລ້ວທີ່ຈະດຳເນີນພິທີໄຂໃນວັນທີ 20 ກໍລະກົດ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top