ຂ່າວສານ

ກະ​ກຽມ​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ - ເພີ່ມ​ລະ​ດັບ​ຄວາມ​ໄວລວມ​ສູນ - ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ເຕີບ​ໂຕ​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ

ຫວຽດນາມ ຕ້ອງກະກຽມຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມລະດັບຄວາມໄວລວມສູນ ແລະ ເສີມຂະຫຍາຍປະສິດທິຜົນການເຕີບໂຕໃຫ້ເປັນຢ່າງດີທີ່ສຸດ. ນີ້ແມ່ນແຜນການເຕີບໂຕໂດຍນັກຊ່ຽວຊານໄດ້ແນະນຳໃນກອງປະຊຸມສໍາມະນາ: “ກຳນົດທິດ ແລະ ມາດຕະການສຳລັບການເຕີ່ບໂຕເສດຖະກິດສູງ ແລະ ຍືນຍົງ ຮອດປີ 2045” ໄດ້ດຳເນີນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 03 ມິຖຸນາ.
ກອງປະຊຸມສຳມະນາ “ກຳນົດທິດ ແລະ ມາດຕະການສຳລັບການເຕີ່ບໂຕເສດຖະກິດສູງ ແລະ ຍືນຍົງ ຮອດປີ 2045” (ພາບ:VOV)

ຄວາມຄາດຫວັງຂອງ ຫວຽດນາມ ແມ່ນກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045. ການຄິດໄລ່ຂອງກຸ່ມຄົ້ນຄວ້າຈາກມະຫາວິທະຍາໄລເສດຖະກິດແຫ່ງຊາດໄດ້ຊີ້ໃຫ້ເຫັນວ່າ ຢາກບັນລຸໄດ້ເປົ້າໝາຍທີ່ວາງອອກນັ້ນ ລະດັບກາຍເພີ່ມ GDP ສະເລ່ຍແຕ່ນີ້ຮອດປີ 2045 ຕ້ອງບັນລຸ 9,5% ຕໍ່ປີ. ຕາມນັ້ນແລ້ວ, ມີ 3 ແຜນການເຕີບໂຕໄດ້ວາງອອກໃນໄລຍະ 2025 – 2045. ທີໜຶ່ງແມ່ນ ຮູບແບບ “ເລີ່ມຕົ້ນຢ່າງວ່ອງໄວ” ດ້ວຍ GDP ບັນລຸ 11% ໃນ 5 ປີທຳອິດ. ທີສອງແມ່ນຮູບແບບ “ເພີ່ມລະດັບຄວາມໄວໃນໄລຍະຍາວ” ດ້ວຍ GDP ບັນລຸ 11% ຕໍ່ປີ ໃນ 7 ປີທຳອິດ. ທີສາມແມ່ນຮູບແບບ “ຄື້ນການເຕີບໂຕ” ດ້ວຍ GDP ບັນລຸ 8 – 100% ໃນ 5 ປີທຳອິດ ແລະ ເພີ່ມຄວາມໄວສັງລວມໃນໄລຍະຫຼັງຈາກນັ້ນ. ທ່ານນາງສາດສະດາຈານ. ປອ. ເຈິ່ນທິຮວາວັນ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຖືວ່າ:

“ເມື່ອປຽບທຽບ 3 ແຜນການນີ້ ພວກຂ້າພະເຈົ້າເຫັນວ່າ ຕາມແງ່ມູມທິດສະດີ, ແຜນການທີ 3 ມີຄວາມເໝາະສົມກວ່າ. ພວກເຮົາລົງທຶນເຂົ້າພື້ນຖານໂຄງລ່າງ ຈະນຳໃຊ້ພື້ນຖານໂຄງລ່າງໃນບັນດາບາດກ້າວຕໍ່ໄປເພື່ອສາມາດເຕີບໂຕສູງກວ່າ”.


top