ເດືອນ ມີນາ 2015, VinEco ໄດ້ຮັບສ້າງຕັ້ງ ດ້ວຍເງິນລົງທຶນເບື້ອງຕົ້ນ 2.000 ຕື້ດົ່ງ ເພື່ອບັນລຸເປົ້າໝາຍໃນການຜະລິດ ແລະ ຈໍາໜ່າຍຜັກປອດສານພິດ, ປອດໄພ ແບບຄົບວົງຈອນ ແຫ່ງທຳອິດຢູ່ ຫວຽດນາມ ຂອງ ກຸ່ມບໍລິສັດ Vingroup (ໜຶ່ງ ໃນກຸ່ມບໍລິສັດເສດຖະກິດ ເອກະຊົນ ລາຍໃຫຍ່ສຸດຢູ່ ຫວຽດນາມ).
ເປົ້າໝາຍຂອງ VinEco ແມ່ນນໍາໃຊ້ເຕັກໂນໂລຊີ ທັນສະໄໝ ສຸດລະດັບໂລກ ເພື່ອສະໜອງຜັກປອດສານພິດ ແລະ ຜັກສະ ອາດໃຫ້ແກ່ຕະຫຼາດ ຕາມມາດຕະຖານ VietGAP, GlobalGAP.
ເພາະສະນັ້ນ, ກຸ່ມບໍລິສັດແມ່ນ Vingroup ໄດ້ຄັດເລືອກເອົາ 3 ຄູ່ຮ່ວມມືຄື Netafim (ອິດສະຣາແອນ), Kubota (ຍີ່ປຸ່ນ)ແລະ Teshuva Agricultural Projects – TAP (ອິດສະຣາແອນ) ເພື່ອນຳເຂົ້າເຕັກໂນໂລຊີ ຜະລິດເຄື່ອງ ກະເສດປອດສານພິດ ດ້ວຍຍອດມູນຄ່າ ກວ່າ 1.000 ຕື້ດົ່ງ.

VinEco ຕາມດາວ ມີເນື້ອທີ່ເກືອບ 100 ເຮັກຕາ, ເປັນ ນິຄົມແຫ່ງທຳອິດໄດ້ຜັນຂະຫຍາຍຕາມທິດຫັນເປັນ ເຄື່ອງຈັກ ຂະໜາດໃຫຍ່ ຂອງ Vingroup, ນຳໃຊ້ ພື້ນຖານກະສິ ກຳ ອິດສະຣາແອນ ໃນລະບົບການຜະລິດ. ພາບ: ແທງຢາງ/VNP

ບັນດານັກຊ່ຽວຊານດ້ານກະສິກຳ ອິດສະຣາແອນ ພວມແລກປ່ຽນວິທີການບັນຊາລະບົບກັບພະນັກງານຂອງນິຄົມ VinEco ຕາມດາວ. ພາບ: ເອກະສານ

ກຳມະກອນເກັບຜັກ ທີ່ນິຄົມ VinEco ຕາມດາວ. ພາບ: ແທງຢາງ /VNP

ພາຍຫຼັງເກັບກ່ຽວ, ຜັກຈະໄດ້ສົ່ງມາຍັງເຂດຫຸ້ມຫໍ່. ພາບ: ແທງ ຢາງ/VNP

ວິທີການປູກຜັກ ຕາມເຕັກໂນໂລຊີ ຂອງ ອິດສະຣາ ແອນ ພວມໄດ້ນຳໃຊ້ ຢ່າງມີປະສິດທິຜົນຢູ່ບັນດານິຄົມ ຂອງ VinEco. ພາບ: ແທງຢາງ/VNP

ລະບົບຫວ່ານແກ່ນດ້ວຍຈັກທີ່ VinEco ຕາມດາວ. ພາບ: ແທງຢາງ /VNP

ຂົງເຂດເຮັດໃຫ້ຜັກແຫ້ງກ່ອນທີ່ຈະເອົາໄປຫຸ້ມຫໍ່. ພາບ: ແທງຢາງ /VNP

ຜັກປອດສານພິດໄດ້ນຳມາຂົງເຂດຫຸ້ມຫໍ່. ພາບ: ແທງຢາງ /VNP

ລະບົບຫົດນໍ້າແບບອັດຕະໂນມັດໃນເຮືອນແກ້ວ ຂອງ ນິຄົມ VinEco ໄດ້ຮັບການຄວບຄຸມ ແລະ ຕິດຕາມ ໂດຍ ກົງຜ່ານລະບົບຄອມພີວເຕີ ທີ່ຫ້ອງບັນຊາ. ພາບ: ແທງ ຢາງ/VNP
... ແລະ ໄດ້ຫົດນຳ້ຖືກຕາມມາດຕະຖານ. ພາບ: ແທງຢາງ /VNP |
ໃນຂົງເຂດກະສິກຳໂລກ, TAP và Netafim ເປັນ 2 ເຄື່ອງ ໝາຍການຄ້າທີ່ມີຊື່ສຽງຢູ່ ຕາເວັນອອກກາງ ກ່ຽວກັບ ເຕັກໂນ ໂລຊີ ເຮືອນແກ້ວ, ເຮືອນຕາໜ່າງ, ລະບົບຫົດນໍ້າແບບ ອັດຕະ ໂນມັດ ແລະ ລະບົບສະໜອງທາດບຳລຸງ ໃຫ້ແກ່ຕົ້ນໄມ້. ສ່ວນ ຄູ່ຮ່ວມມື Kubota ໄດ້ສະໜອງກົນຈັກ ແລະ ຫັນເປັນ ອັດຕະ ໂນມັດ ຕາມເຂດການຜະລິດຂະໜາດໃຫຍ່.
ເດືອນ ສິງຫາ 2015, ເຂດການຜະລິດ VinEco ແຫ່ງທໍາອິດ ໄດ້ຮັບການກໍ່ສ້າງ ຕາມເຕັກໂນໂລຊີ ອິດສະຣາແອນ ແລະ ຍີ່ ປຸ່ນ ຢູ່ຕາມດາວ (ແຂວງ ວິ໊ງຟຸກ), ໃນເນື້ອທີ່ 24,5 ເຮັກຕາ, ຜະລິດ ແລະ ສະໜອງຜັກໃບ, ຜັກຫົວ-ໝາກ ຕາມມາດຕະຖານ VietGAP ໃນຜົນຜະລິດ 3.500 ໂຕນຕໍ່ປີ.
ນິຄົມໄດ້ວາງແຜນ ແລະ ອອກແບບຕາມວິທະຍາສາດໃນແຕ່ ລະເຂດພິເສດ. ບັນດາຜະລິດຕະພັນ ລ້ວນແຕ່ໄດ້ປະຕິບັດ ຕາມຂັ້ນຕອນການ ຜະລິດຢ່່າງເຄັ່ງຂັດ, ຕັ້ງແຕ່ກ່ອນປູກໄປຈົນ ເຖິງຫຼັງການເກັບກ່ຽວ ເພື່ອຮັບປະກັນໃຫ້ທຸກຜະລິດຕະພັນ ຂັ້ນ ຕອນສຸດທ້າຍ ເຖິງມືຜູ້ບໍລິໂພກ ລ້ວນແຕ່ໄດ້ ມາດຕະຖານ VietGAP.

ຜັກປອດສານພິດ ຢູ່ນິຄົມຫຼາຍແຫ່ງ ຂອງ VinEco ໄດ້ ຈຳໜ່າຍຢູ່ຮ້ານຊັບພະສິນຄ້າ Vinmart, Vinmart+, ຊຶ່ງ ເປັນສະມາ ຊິກຂອງກຸ່ມບໍລິສັດ Vingoup. ພາບ: ແທງ ຢາງ/VNP

ຕົວແບບກະສິກຳເຕັກໂນໂລຊີສູງຂອງກຸ່ມບໍລິສັດ Vingoup ໄດ້ຮັບການຕີລາຄາເປັນແບບຢ່າງໃຫ້ການພັດທະນາພື້ນຖານ ກະສິກຳເຕັກໂນໂລຊີສູງ. ພາບ: ແທງຢາງ /VNP |
ໃນເຂດການຜະລິດ VinEco, ເຂດປູກຜັກແຕ່ລະເຂດໄດ້ກໍ່ ສ້າງໃນເຮືອນແກ້ວ. ຜັກໄດ້ປູກດ້ວຍລະບົບຫົດນຳ້ແບບ ອັດ ຕະໂນມັດ ແລະ ສີດນໍ້າໝອກ ເພື່ອຮັກສາຄວາມຊຸ່ມ. ນໍ້າທີ່ໃຊ້ ເພື່ອຫົດຜັກ ບັນລຸມາດຕະຖານນໍ້າດື່ມ.
ຕາມຂະບວນການ, 2-3 ມື້ກ່ອນເຖິງວັນເກັບກ່ຽວ, ຕົວຢ່າງຜັກ ຈະນຳເຂົ້າຫ້ອງ ວິໄຈ ຂອງ VinCommerce ເພື່ອກວດມາດ ຖານລະດັບຄວາມປອດໄພ; ຕົວຢ່າງໃດບໍ່ໄດ້ມາດຕະຖານ ຈະ ຖືກຄັດອອກທັງລະບົບ. ທັງນີ້ເພື່ອຮັບປະກັນວ່າ ເມື່ອຜັກ ຖືກ ສົ່ງມາຍັງລະບົບຈຳໜ່າຍ ຂອງ VinMart ແລະ VinMart+ ຈະ ມີຄວາມປອດໄພ 100%.
ຫຼັງ ຕາມດາວ, ແມ່ນສວນຜັກທີ່ ກູຈີ (ນະຄອນ ໂຮ່ຈີມິນ), ລອງ ແທ່ງ (ດົ່ງນາຍ), ຫາຍຟ່ອງ, ກວາງນິງ, ຮ່ານາມ... ແລະ ຫວ່າງ ແລ້ວນີ້ ແມ່ນ ໂຮ້ຍອານ (ກວາງນາມ). ປັດຈຸບັນ, VinEco ມີນິ ຄົມ 15 ແຫ່ງ ດ້ວຍເນື້ອທີ່ 3.000 ເຮັກຕາ ໃນທ່ົວປະເທດ ໄດ້ ນຳໃຊ້ ເຕັກໂນໂລຊີປູກ ທີ່ທັນສະໄໝເຊັ່ນ: ເຮືອນແກ້ວ ຄວບ ຄຸມ ສະພາບອາກາດ (ຝຣັ່ງ), ປູກຝັງຫຼາຍຊັ້ນ (ສິງກະໂປ), ເຕັກໂນໂລຊີ ຜະລິດ ເຮືອນຕາໜ່າງ ແລະ ການຫົດທ່ີທັນສະ ໄໝ (ອິດສະຣາແອນ) ...
ດ້ວຍເນື້ອທ່ີຫຼາຍພັນເຮັກຕາ, ແກ່ຍາວແຕ່ເໜືອຫາໃຕ້, ທັງໝົດ ລ້ວນແຕ່ໄດ້ຮັບການດູແລຈາກຜູ້ຊ່ຽວຊານ ຂອງ VinEco ກ້າ ເບ້ຍ, ປູກ ເພື່ອໃຫ້ກາຍເປັນຜະລິດຕະພັນທີ່ປອດໄພ, ສະອາດ ທີ່ສຸດ ເພື່ອສະໜອງໃຫ້ແກ່ຜູ້ບໍລິໂພກ ຫວຽດ.