ໃນຄວາມພະຍາຍາມ ຍົກລະດັບຖານະ ຂອງ ຜະລິດຕະພັນ ກະສິ ກໍາ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ກໍາລັງເພີ່ມທະວີການ ສ້າງມາດຕະຖານ ຂະບວນການຜະລິດ, ກວດສອບຕົ້ນກໍາເນີດ ແລະ ສ້າງເຂດວັດຖຸດິບ ທີ່ມີຄຸນນະພາບສູງ. ນັບແຕ່ການຫັນເປັນ ດີຈີຕອນ ຈົນເຖິງການເຊື່ອມໂຍງ ລະບົບຕ່ອງໂສ້, ຂະແໜງກະສິ ກໍາ ຂອງ ນະຄອນຫຼວງ ກໍາລັງກ້າວເຂົ້າສູ່ໄລຍະແຫ່ງການປ່ຽນ ແປງໃໝ່ຢ່າງແຂງແຮງ, ໂດຍມີເປົ້າໝາຍເຂົ້າເຖິງຕະຫຼາດທີ່ເອົາ ໃຈຍາກ ເຊັ່ນ: ຍີ່ປຸ່ນ ແລະ ສ ເກົາຫຼີ.
ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມ ຮ່າໂນ້ຍ ໃຫ້ຮູ້ວ່າ: ເປົ້າໝາຍຂອງນະຄອນຫຼວງ ບໍ່ພຽງການ ຂະຫຍາຍຜົນຜະລິດ, ແຕ່ແມ່ນການສ້າງຜະລິດຕະພັນ ທີ່ມີມູນຄ່າ ສູງ, ສາມາດ ແຂ່ງຂັນໄດ້ໃນຕະຫຼາດ ທີ່ມີຄວາມຕ້ອງການ ສູງສຸດ. ວິທີການນີ້ ຖືເປັນການຫັນປ່ຽນແນວຄິດ ຢ່າງແຂງແຮງ ຂອງ ຂະ ແໜງກະສິກໍາ ຮ່າໂນ້ຍ-ຈາກການຜະລິດ ກະແຈກກະຈາຍ ມາ ເປັນການຜະລິດຂະໜາດໃຫຍ່, ເປັນລະບົບ ແລະ ປະຕິບັດຕາມ ມາດຕະຖານສາກົນ. \ໜຶ່ງໃນພື້ນຖານສໍາຄັນ ທີ່ຊ່ວຍຍົກສູງຄວາມສາມາດໃນການແຂ່ງ ຂັນ ຂອງ ຜະລິດຕະພັນກະສິກໍາຮ່າໂນ້ຍ ແມ່ນຮູບແບບການຮ່ວມ ມືລະຫວ່າງ ລັດ-ທຸລະກິດ-ຊາວກະສິກອນ, ເຊິ່ງລັດ ມີບົດບາດ ໃນການສ້າງສະພາບ ແວດລ້ອມ, ສະໜັບສະໜູນ ດ້ານເຕັກນິກ ແລະ ຄວບຄຸມມາດຕະຖານ; ທຸລະກິດ ລົງທຶນດ້ານເຕັກໂນໂລຊີ, ເຊື່ອມໂຍງການຜະລິດ ແລະ ຮັບປະກັນການຊື້ຜະລິດຕະພັນ; ສ່ວນຊາວກະສິກອນ ປະຕິບັດຕາມຂະບວນການຜະລິດ ທີ່ສະ ອາດ, ຕອບສະໜອງ ໄດ້ມາດຕະຖານດ້ານຄວາມປອດໄພ ຂອງ ອາຫານ. ກົນໄກນີ້ ໄດ້ສ້າງລະບົບຕ່ອງໂສ້ ການສະໜອງທີ່ ມີສະ ຖຽນລະພາບ ແລະ ໂປ່ງໃສ, ເຊິ່ງເປັນປັດໄຈ ທີ່ຕະຫຼາດ ຍີ່ປຸ່ນ ແລະ ສ ເກົາຫຼີ ໃຫ້ຄວາມສໍາຄັນເປັນພິເສດ.
ບໍລິສັດ ພັດທະນາກະສິກຳ ແລະ ທີ່ປຶກສາສິ່ງແວດລ້ອມ ຮ່າໂນ້ຍ ຈຳກັດ ໄດ້ຮ່ວມມືກັບຊາວກະສິກອນຢູ່ບັນດາເມືອງເຂດສູງຂອງແຂວງ ກາວບັ່ງ ເພື່ອຊຸກຍູ້ການຜະລິດ ແລະ ສົ່ງອອກຜະລິດຕະພັນທີ່ມີລົດຊາດ ຫວຽດນາມ ໄປຍັງຕະຫຼາດ ຍີ່ປຸ່ນ ແລະ ສ ເກົາຫຼີ. ພາບ: ເອກະສານ
ຮ່າໂນ້ຍ ຍັງໄດ້ຊຸກຍູ້ການຫັນເປັນ ດີຈີຕອນ ໃນຂະແໜງ ກະສິກໍາ ຢ່າງແຂງແຮງ. ບັນທຶກ ອີເລັກໂຕຣນິກ, ລະບົບກວດສອບ ຕົ້ນກໍາ ເນີດ ແລະ ການນໍາໃຊ້ປັນຍາປະດິດ ຊ່ວຍຄວບຄຸມທຸກ ຂັ້ນຕອນ ການຜະລິດ-ປຸງແຕ່ງ-ສົ່ງອອກຢ່າງເຂັ້ມງວດ. ສໍາລັບຕະຫຼາດ ທີ່ ມັກຄວາມຖືກຕ້ອງສູງ ເຊັ່ນ: ຍີ່ປຸ່ນ-ສ ເກົາຫຼີ, ຄວາມສາມາດໃນ ການ “ລະບຸຕົວຕົນ ແຕ່ລະຜະລິດຕະພັນ” ແມ່ນຂໍ້ໄດ້ປຽບດ້ານ ການແຂ່ງຂັນ ທີ່ສໍາຄັນ, ເຊິ່ງຊ່ວຍຍົກສູງຄວາມເຊື່ອໝັ້ນຂອງ ຄູ່ ຮ່ວມ ການນໍາເຂົ້າ.
ຄຽງຄູ່ກັບເຕັກໂນໂລຊີ, ຮ່າໂນ້ຍ ໄດ້ຕັ້ງເປົ້າໝາຍພັດທະນາ ກະສິ ກໍາສີຂຽວ ແລະ ໝູນວຽນ, ຫຼຸດຜ່ອນການປ່ອຍ ອາຍພິດເຮືອນ ແກ້ວ ແລະ ປັບຕົວເຂົ້າກັບການປ່ຽນແປງ ຂອງ ດິນຟ້າອາກາດ. ຜະລິດຕະພັນຈາກເຂດວັດຖຸດິບໄດ້ ມາດຕະຖານຂອງນະຄອນ ຫຼວງ ປັດຈຸບັນ ມີຢູ່ໃນລະບົບ ການຈໍາໜ່າຍທີ່ທັນສະໄໝ ຫຼາຍ ແຫ່ງ ເຊັ່ນ: ສັບພະສິນຄ້າ, ຮ້ານຂາຍອາຫານສະອາດ, ໂຮງແຮມ, ຮ້ານ ອາຫານ ແລະ ກໍາລັງໄດ້ຮັບການຂະຫຍາຍໄປສູ່ຊ່ອງ ທາງ ການ ສົ່ງອອກ.
ຂັ້ນຕອນການຫໍ່ ກາເຟ ເພື່ອສົ່ງອອກ ຢູ່ບໍລິສັດ ຫຸ້ນສ່ວນ Coffilia. ພາບ: ເອກະສານ
ຂັ້ນຕອນການຈຳແນກປະເພດ ແຄ່ ເພື່ອສົ່ງອອກ ຢູ່ບໍລິສັດ Vina SAMEC. ພາບ: ເອກະສານ
ປີ 2024, ມູນຄ່າການສົ່ງອອກ ຜະລິດຕະພັນກະສິກໍາ ແລະ ປ່າ ໄມ້ ຂອງ ຮ່າໂນ້ຍ ໄດ້ລື່ນກາຍ 2 ຕື້ໂດລາ ສະຫະລັດ ເປັນຄັ້ງ ທໍາ ອິດ. ສະເພາະ 10 ເດືອນຕົ້ນປີ 2025, ຕົວເລກດັ່ງກ່າວບັນລຸ 1,88 ຕື້ ໂດລາສະຫະລັດ, ເຊິ່ງຜະລິດຕະພັນກະສິກໍາ ກວມເອົາ 1,22 ຕື້ ໂດລາ ສະຫະລັດ-ເປັນສັນຍານທີ່ຢັ້ງຢືນເຖິງ ການເຕີບ ໂຕ ທີ່ໝັ້ນຄົງ ແລະ ຄວາມໜ້າສົນໃຈຂອງ ຜະລິດຕະພັນ ກະສິກໍາ ຂອງ ນະຄອນຫຼວງ ໃນຕະຫຼາດສາກົນ.
ດ້ວຍກໍາລັງຊື້ສູງ ແລະ ຄວາມນິຍົມ ຜະລິດຕະພັນ ທີ່ໄດ້ ມາດຕະ ຖານສູງ, ຍີ່ປຸ່ນ ແລະ ສ ເກົາຫຼີ ກໍາລັງກາຍເປັນ ສອງຕະຫຼາດ ເປົ້າ ໝາຍສໍາຄັນ ຂອງ ຜະລິດຕະພັນກະສິກໍາ ຮ່າໂນ້ຍ. ປັດຈຸບັນ, ມີ ປະມານ 38 ວິສາຫະກິດ ຂອງ ນະຄອນຫຼວງ ໄດ້ສົ່ງອອກ ໄປຍັງ ສອງຕະຫຼາດນີ້ ດ້ວຍສິນຄ້າຕ່າງໆ ເຊັ່ນ: ກາເຟ, ຊາ, ໄຄ, ໝາກ ໄມ້, ເຫັດຫູໜູ, ເຫັດຫອມ, ຜັກສົດ ແລະ ຜັກແຊ່ແຂງ. ບາງ ວິສາ ຫະກິດ ໄດ້ສ້າງຄວາມປະທັບໃຈ ທີ່ຊັດເຈນ ເຊັ່ນ: ບໍລິສັດຜະລິດ, ການຄ້າ ແລະ ການນໍາເຂົ້າ-ສົ່ງອອກ ເຢືອງກຽນ ຈຳກັດ ໄດ້ສົ່ງ ອອກເຫັດ ຫູໜູ, ເຫັດຫອມໄປຍັງ ຍີ່ປຸ່ນ; ບໍລິສັດ ພັດທະນາ ກະສິ ກໍາ ແລະ ທີ່ປຶກ ສາສິ່ງແວດລ້ອມ ຈຳກັດໄດ້ສົ່ງອອກ ໝາກເຜັດ ແຊ່ແຂງ ໄປຍັງ ສ ເກົາ ຫຼີ. ບໍລິສັດ ນຳເຂົ້າ-ສົ່ງອອກ ແລະ ພັດທະ ນາເຕັກໂນໂລຊີ ຍີ່ປຸ່ນ ຈຳກັດຜູ້ດຽວ ໄດ້ດໍາເນີນການສົ່ງອອກ ກະ ທຽມດຳ ໄປຍັງຕະຫຼາດ ສ ເກົາຫຼີ. ກຸ່ມບໍລິສັດຮຸ້ນສ່ວນ ມິນຕຽນ ກໍໄດ້ສົ່ງອອກ ກາເຟ ໄປຍັງ ຕະຫຼາດ ຍີ່ປຸ່ນ...
ຜະລິດຕະພັນຂອງບໍລິສັດ Dace ເຂົ້າເຖິງຕະຫຼາດ ເອີຣົບ. ພາບ: ເອກະສານ