ຂ່າວສານ

ກະສິກຳສົມທົບກັບການລົງຕົວຈິງ, ຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ແຂວງ ເຊີນລາ

ໃນຊຸມປີມໍ່ໆມານີ້, ກະສິກຳສົມທົບກັບການທ່ອງທ່ຽວແບບລົງຕົວຈິງໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງໃຫ້ຫລາຍຫົວຫນ່ວຍ, ຊາວກະສິກອນຢູ່ບໍລິເວນແຂວງ ເຊີນລາ. ການເຂົ້າຮ່ວມໂດຍກົງຂອງຊາວກະສິກອນໄດ້ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບແບບ, ຊ່ວຍແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວທ້ອງຖິ່ນ ພ້ອມທັງນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວກະສິກອນ.
  ພາບປະກອບ  

 ໂອກາດທ້າຍອາທິດ, ສວນ strawberry Maburu Farm ຂຶ້ນກັບສະຫະກອນກະສິກຳເຕັກໂນໂລຊີ ແລະ ທ່ອງທ່ຽວ ນາລູນ ມົກເຈົາ ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຊົມ ແລະ ລົງເຮັດກະສິກຳຕົວຈິງ ເປັນຈຳນວນຫລວງຫລາຍ. ຕາມອ້າຍ ໂງມີງຫຽວ ຮອງຫົວຫນ້າສະຫະກອນ ກະສິກຳ ເຕັກໂນໂລຊີ ແລະ ທ່ອງທ່ຽວ ນາລູນ ມົກເຈົາແລ້ວ, ລະດູ strawberry ທຳອິດເມື່ອປີ 2019, ສະຫະກອນໄດ້ທົດລອງປູກໃນເນື້ອທີ່ 6000 ຕາແມັດ ສົມທົບກັບການທ່ອງທ່ຽວ, ຮູບແບບນີ້ໄດ້ນຳມາເຊິ່ງໝາກຜົນດີສົມຄວນ ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບພັນໆເທື່ອຄົນ.

ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນ ແລະ ກຳລັງດຶງດູດຂອງຮູບແບບກະສິກຳສົມທົບກັບການລົງຕົວຈິງ, ສະຫະກອນ ສືບຕໍ່ລົງທຶນຂະຫຍາຍເນື້ອທີ່ຂຶ້ນເຖິງ 2 ເຮັກຕາ ແລະ ປະຕິບັດການປູກ strawberry ປອດສານພິດສົມທົບກັບການທ່ອງທ່ຽວຢ່າງມີແບບມີແຜນ.

.“ສວນ strawberry ມີຈຸດແຕກຕ່າງກັບສວນອື່ນ ຍ້ອນຂ້າພະເຈົ້າບໍ່ປູກຕາມແບບດັ້ງເດີມ ຫາກກ້າວໄປເຖິງການປູກຕາມມາດຖານ Oganic, ເຮັດສວນສ່ວນຫລາຍ ແມ່ນເພື່ອເພີ່ມສະມັດຕະພາບ ແລະກ້າວໄປເຖິງຜະລິດຕະພັນປອດສານພິດເພື່ອໃຫ້ມີບັນດາຜະລິດຕະພັນດີທີ່ສຸດ ເມື່ອນັກທ່ອງທ່ຽວໄດ້ຊີມໝາກ strawberry ແລ້ວຈະບໍ່ລືມສີສັນທ່ອງທ່ຽວຢູ່ ມົກເຈົາ”

ຂຸດຄົ້ນຄວາມສາມາດບົ່ມຊ້ອນຈາກປ່າດົງດິບ, ສະຖານທີ່ທ່ອງທ່ຽວຊີວະພາບປ່າຫວ່າງ ຢູ່ ບ້ານ ຫນອງດຸກ ຕາແສງ ຈຽງຊີງ ນະຄອນ ເຊີນລາ ໄດ້ຟຶ້ນຕົວ ແລະໂຄສະນາຈຸດຄວາມງາມດ້ານວັດທະນະທຳວົງຄະນາຍາດຊາວເຜົ່າຜູ້ໄທຢູ່ ເຊີນລາ. ທ່ານນາງ ເຈີນທິເກີມ ຫົວຫນ້າຄຸ້ມຄອງສະຖານທີ່ທ່ອງທ່ຽວຊີວະພາບ ປ່າຫວ່າງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມເສີມຂະຫຍາຍສິ່ງແວດລ້ອມຂອງປ່າເພື່ອສ້າງຜະລິດຕະພັນທ່ອງທ່ຽວທີ່ແຕກຕ່າງກັບເຂດທ່ອງທ່ຽວອື່ນ. ທີຫນຶ່ງ ພວກຂ້າພະເຈົ້າສົມທົບກັບກອງສິລະປະຂອງບ້ານ ຫນອງດຸກ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມ, ລົງຕົວຈິງ. ທີສອງ ພວກຂ້າພະເຈົ້າພວມປູກຕົ້ນດອກບານ ແລະຕົ້ນໄມ້ປະເພດອື່ນຂອງທ້ອງຖິ່ນ ເພື່ອໃຫ້ແຂກທ່ອງທ່ຽວມາຊົມ, ຖ່າຍຮູບ ແລະ check in. ເມື່ອພວກຂ້າພະເຈົ້າ ພັດທະນາການທ່ອງທ່ຽວກະສິກຳນີ້ເຫັນວ່າ ມີຄວາມອຸ່ນອ່ຽນໃຈ ເພາະຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ທີ່ນີ້ເພີ່ມຂຶ້ນໃນແຕ່ລະມື້”

ຄຽງຄູ່ກັນນັ້ນ ຜ່ານໂຄງການ ຫນຶ່ງຕາແສງຫນຶ່ງຜະລິດຕະພັນ, ແຂວງ ເຊີນລາ ໄດ້ຫນູນຊ່ວຍ 2 ຜະລິດຕະພັນທ່ອງທ່ຽວບັນລຸ OCOP 4 ນັ້ນແມ່ນສະຖານທີ່ທ່ອງທ່ຽວວົງຄະນາຍາດ ງອກຈຽນ, ຕາແສງ ງອກຈຽນ ເມືອງ ເມື່ອງລາ ແລະ ສະຖານທີ່ທ່ອງທ່ຽວ ຟາດີນທອບ ຕາແສງ ຝົງລາຍ ເມືອງທ້ວນເຈົາ. ນີ້ເປັນການພິສູດໃຫ້ເຫັນວ່າ ການພັດທະນາການທ່ອງທ່ຽວກະສິກຳແມ່ນທິດກ້າວເດີນເຕັມໄປດ້ວຍແງ່ຫວັງ, ຊ່ວຍ ເຊີນລາ ເພີ່ມລະບົບມູນຄ່າຜະລິດກະສິກຳ. ທ່ານ ບູ່ຍຄັກບ້າວ, ຫົວຫນ້າຫ້ອງຄຸ້ມຄອງການທ່ອງທ່ຽວ, ພະແນກວັດທະນະທຳ ກິລາ ແລະທ່ອງທ່ຽວ ແຂວງເຊີນລາ ໃຫ້ຮູ້ວ່າ:

 “ຈາກການພັດທະນາການທ່ອງທ່ຽວຊີວະພາບ ແມ່ນການຕິດພັນກັບກະສິກຳ ຕົວຢ່າງຄື ພັດທະນາການທ່ອງທ່ຽວຊຸມຊົນ, ນັກທ່ອງທ່ຽວເມື່ອເຂົ້າມາຢ້ຽມຊົມ ຊີມອາຫານການກິນຢູ່ບ່ອນທີ່ຊາວທ້ອງຖິ່ນນຳເອົາຜະລິດຕະພັນກະສິກຳມາຮັບໃຊ້ ຫລືຢູ່ເຂດທ່ອງທ່ຽວ ມົກເຈົາ, Happy Land ພັດທະນາການປູກດອກໄມ້ເພື່ອພັດທະນາການທ່ອງທ່ຽວ ກໍ່ຕ້ອງອີງໃສ່ກະສິກຳ ແລະອີງໃສ່ດອກໄມ້ເພື່ອພັດທະນາການທ່ອງທ່ຽວ”

   ນັກທ່ອງທ່ຽວມາທ່ຽວຊົມຢູ່ ເຂດ ປ່າຫວ່າງ. (ພາບ: VOV)  

 ຕາມທ່ານ ຮ່າຍືເຫ້ວ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາແລ້ວ, ຂະແຫນງກະສິກຳ ແຂວງເຊີນລາ ພວມສືບຕໍ່ພັດທະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ຕິດພັນກັບການທ່ອງທ່ຽວ,ລົງຕົວຈິງກັບການເຮັດກະສິກຳ, ໃນນັ້ນ ເອົາໃຈໃສ່ພັດທະນາເສດຖະກິດການບໍລິການ,ການທ່ອງທ່ຽວຊົນນະບົດບົນພື້ນຖານການອະນຸລັກຮັກສາ ແລະເສີມຂະຫຍາຍວັດທະນະທຳທ້ອງຖິ່ນ.

ໂດຍກຳນົດທ່າອ່ຽງລວມ, ປະຈຸບັນ ນັກທ່ອງທ່ຽວເຄີຍມີທ່າອ່ຽງ ແມ່ນທ່ອງທ່ຽວແບບລົງຕົວຈິງ, ພະແນກກະສິກຳໄດ້ສຸມໃສ່ຈັດສັນເຂດຜະລິດກະສິກຳທີ່ມີລັກສະນະເຊື່ອມຕໍ່ລະຫວ່າງເຂດ ແລະໂຄສະນາຂົນຂວາຍພໍ່ແມ່ປະຊາຊົນ. ບົນພື້ນຖານນັ້ນ ຈະມີບັນດາວິສາຫະກິດມີກຳລັງແຮງພຽງພໍເຂົ້າມາຫນູນຊ່ວຍກໍ່ຄືກຳນົດທິດໃຫ້ປະຊາຊົນ”

ກະສິກຳຕິດພັນກັບການທ່ອງທ່ຽວແບບລົງຕົວຈິງ ຢູ່ ເຊີນລາ ເບື້ອງຕົ້ນໄດ້ນຳມາເຊິ່ງໝາກຜົນດີພໍສົມຄວນ, ເໝາະສົມກັບທ່າອ່ຽງພັດທະນາທັນສະໄຫມ, ນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ຊາວກະສິກອນ. ແຂວງກໍ່ໄດ້ກໍ່ສ້າງຮູບແບບຄຸ້ມຄອງໃຫ້ເໝາະສົມ, ສ້າງການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ບໍລິສັດທ່ອງທ່ຽວເພື່ອກໍ່ສ້າງການທ່ອງທ່ຽວກະສິກຳໃຫ້ກາຍເປັນບັນດາສະຖານທີ່ທ່ອງທ່ຽວດູດດື່ມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດແບບຍືນຍົງກວ່າໃຫ້ແກ່ຊາວກະສິກອນ.


top