ຂ່າວສານ

ກະຕຸ້ນລະດູການທ່ອງທ່ຽວຍາມທ້າຍປີ

ຕາມພະແນກທ່ອງທ່ຽວແຂວງ ກວາງນິງ ແລ້ວ, ໃນໄລຍະຈະມາເຖິງແຂວງ ກວາງນິງ ຈະຈັດການເຄື່ອນໄຫວດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ, ລາຍການກະຕຸ້ນການທ່ອງທ່ຽວ
  (ພາບປະກອບ: TTXVN)  

ຕາມປົກກະຕິ, ຈຸດເວລາທ້າຍປີການແມ່ນການເຄື່ອນໄຫວດ້ານການທ່ອງທ່ຽວທີ່ຟົດຟື້ນທີ່ສຸດ, ບັນດາຫົວໜ່ວຍທ່ອງທ່ຽວໃນທົ່ວປະເທດໄດ້ຫ້າງຫາກະກຽມຕ້ອນຮັບລະດູການທ່ອງທ່ຽວຍາມບຸນເຕັດ ແລະ ຕົ້ນປີໃໝ່. ຕາມພະແນກທ່ອງທ່ຽວແຂວງ ກວາງນິງ ແລ້ວ, ໃນໄລຍະຈະມາເຖິງແຂວງ ກວາງນິງ ຈະຈັດການເຄື່ອນໄຫວດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ, ລາຍການກະຕຸ້ນການທ່ອງທ່ຽວຄື: “ຄ່ຳຄືນວັນບຸນຄຼິດສະມາດ, ຕ້ອນຮັບປີໃໝ່”, ງານບຸນຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2023, Carnaval ລະດູໜາວ… ພ້ອມກັນນັ້ນແມ່ນການສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ ສ.ເກົາຫຼີ, ອິນເດຍ, ຍີ່ປຸ່ນ… ເພື່ອເປີດບັນດາສາຍການບິນໂດຍກົງຈາກບັນດາຕະຫຼາດດັ່ງກ່າວມາແຂວງ ກວາງນິງ ຜ່ານທ່າອາກາດສະຍານສາກົນ ເວິນໂດ່ນ.

ໃນຂະນະນັັ້ນ, ງານຕະຫຼາດນັດທ່ອງທ່ຽວສາກົນ (VITM) ດຳເນີນຢູ່ ດ່ານັ້ງ ແຕ່ວັນທີ 09-11 ທັນວາ ໄດ້ສຸມໃສ່ດຶງດູດບັນດາວິສາຫະກິດທ່ອງທ່ຽວກິລາ, ທ່ອງທ່ຽວຄົ້ນຫາຂອງ ຫວຽດນາມ ແລະ ສາກົນ. ມີຮ້ານວາງສະແດງປະມານ 350 ຮ້ານຢູ່ງານຕະຫຼາດນັດ, ໃນນັ້ນມີ 15% ຮ້ານວາງສະແດງສາກົນ; ມີວິສາຫະກິດ ຫວຽດນາມ ແລະ ສາກົນ ມາເຮັດວຽກປະມານ 2.000 ຄັ້ງ; ດຶງດູດແຂກທ່ອງທ່ຽວ ຫວຽດນາມ ແລະ ສາກົນ ປະມານ 30.000 ເທື່ອຄົນມາຢ້ຽມຢາມ, ຊື້ຜະລິດຕະພັນ.

ໃນຊຸມມື້ຕົ້ນເດືອນ ທັນວາ 2022, ຢູ່ ຮ່າໂນ້ຍ ໄດ້ຈັດງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2022, ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງຕໍ່ປະປະຊາຊົນ, ນັກທ່ອງທ່ຽວ, ນັກອອກແບບ ແລະ ນັບທັງຫົວໜ່ວຍເຂົ້າຮ່ວມ.

 


top