ເຄື່ອງໝາຍ ຫວຽດ

ກະດິງລົມ ຂອງ ດຶກເຈິ່ນ

ທ່ານ ເຈິ່ນຫງອກຮົ່ງດຶກ (ນາມແຝງວ່າ ດຶກເຈິ່ນ) ເປັນຜູ້ທຳອິດ ຢູ່ ຫວຽດນາມ ຜະລິດກະດິງລົມ ດ້ວຍເຄື່ອງ ໝາຍການຄ້າທີ່ ໃສ່ຊື່ Dofrance. ທ່ານ ດຶກເຈິ່ນ ແມ່ນມີຄວາມມຸ່ງມາດ ປາດ ຖະໜາ ນຳ Dofrance ກາຍເປັນໜຶ່ງ ໃນ ບັນດາເຄື່ອງໝາຍ ການຄ້າ ກະດິງລົມ ແຖວໜ້າ ຂອງ ໂລກ. 
ປີ 2012, ໃນການໄປເຮັດວຽກ ຢູ່ນະຄອນ ຫວຸ໊ງເຕົ່າ, ທ່ານ ດຶກເຈິ່ນມີໂອກາດ ໄດ້ຢ້ຽມຢາມສະຖາບັນ ພຸດທະສາສະໜາ ເຈີນໂຄງ. ຢູ່ທີ່ນີ້, ທ່ານ ດຶກເຈິ່ນ ມີຄວາມປະທັບໃຈ ຕໍ່ບັນດາ ທຳນອງສຽງດົນຕີ ທີ່ອອນຊອນ. ຫຼັງຈາກຕັ້ງໃຈຟັງ, ທ່ານ ຮັບ ຮູ້ໄດ້ວ່າ ທຳນອງສຽງ ດົນຕີ ດັ່ງກ່າວ ແມ່ນອອກຈາກ ສຽງປະ ສານ ຂອງ ກະດິງ ໃຫຍ່ຫຼາຍໜ່ວຍ ຊຶ່ງຖືກແຂວນ ຢູ່ຫ້ອງ ທຳມະ ຂອງ ວັດ. ເມື່ອຫວນເຖິງ ຄັ້ງທຳອິດ ໄດ້ຮັບຟັງນຳ້ສຽງ ທີ່ ຖືກ ກະຈາຍອອກຈາກ ບັນດາກະດິງລົມ ທ່ານ ດຶກເຈິ່ນ ໄດ້ ໄຂຄວາມໃນໃຈອອກມາວ່າ: “ພວກມັນ ແກ່ວງໄກວ ໄປຕາມ ສາຍລົມ ແລະ ພ້ອມກັນປະສານສຽງ ເປັນນໍ້າສຽງ ທີ່ອອນ ຊອນ ຢ່າງບໍ່ມີທີ່ສິ້ນສຸດ. ຂ້າພະເຈົ້າ ມີຄວາມຮູ້ສຶກສົດໃສ ຊື່ນບານ ແລະ ສະບາຍໃຈ ເປັນຢ່າງຍິ່ງ”.

ສຽງກະດິງລົມ ໄດ້ຍົ້ວຍວນໃຈ ດຶກເຈິ່ນ ເຖິງຂັ້ນ ເລ່ັງລັດທ່ານ ຊອກຫາເຖິງບ່ອນແຂວນກະດິງລົມ ໜ່ວຍນັ້ນ. ເມື່ອໄດ້ ເຫັນ ກັບຕາ ກະດິງ ມີແຖວໜັງສື “made in USA”, ທ່ານ ດຶກເຈິ່ນ ກໍຮູ້ໄດ້ວ່າ ມັນມີລາຄາສູງສຸດ ຊຶ່ງຕົວເອງ ທ່ານ ບໍ່ມີ ຄວາມ ສາມາດ ດ້ານການເງິນພໍທີ່ຈະຊື້ໄດ້.









ຂັ້ນຕອນຕ່າງໆ ໃນການຜະລິດກະດິງລົມ ດ້ວຍມື. 


ມີສິ່ງໜ່ຶງທີ່ເຮັດໃຫ້ ທ່ານ ດຶກເຈິ່ນ ເຊື່ອໝັ້ນຕົນເອງ ກ່ຽວກັບ Dofrance, ນັ້ນແມ່ນ ຕົວທ່ານເອງ ໄດ້ປະດິດສ້າງແບບ ສຽງ ກະດິງ ທີ່ແຕກຕ່າງ,
ບໍ່ຄືຄວາມຄິດຂອງຫຼາຍຄົນ ເມື່ອ ຊື້ ກະດິງລົມ ໜ່ວຍໜຶ່ງຈາກ ສ ອາເມລິກາ ມາແລ້ວ ຄົ້ນຄວ້າ ເຮັດ ລອກແບບຕາມ.







ທ່ານ ດຶກເຈິ່ນ ເອົາໃຈໃສ່ເຖິງແຕ່ລະລາຍລະອຽດ ໃນເວລາ ເຮັດ ກະດິງລົມ. 


ປະຈຸບັນ,ໂຮງຜະລິດ ຂອງ ທ່ານ ດຶກເຈິ່ນ ມີຫຼາຍປະເພດ ກະດິງລົມ ດ້ວຍຂະໜາດ ແລະ ສຽງ ທີ່ພິເສດຕ່າງຫາກ. 




ທ່ານ ດຶກເຈິ່ນ ທົດລອງສຽງ ຂອງ ວັດຖຸດິບ ກ່ອນທຳການ ຜະລິດ ເປັນຜະລິດຕະພັນ ສຳເລັດຮູບ. 

ກັບຄືນໄຊງ່ອນ ພ້ອມກັບຄວາມຫຼອກຫຼອນໃນໃຈກ່ຽວກັບ ນຳ້ ສຽງ ຂອງບັນດາ ກະດິງລົມ ຢູ່ທີ່ສະຖາບັນ ພຸດທະສາສະໜາ ເຈີນໂຄງ, ທ່ານ ດຶກເຈິ່ນ ເລີ່ມຊອກຫາ ຂໍ້ມູນຂ່າວສານ ກ່ຽວ ກັບ ກະດິງລົມ, ຢູ່ທົ່ວທຸກແຫ່ງໃນ ປະເທດຫວຽດນາມ ບໍ່ເຫັນ ມີບ່ອນໃດ ຜະລິດ ກະດິງລົມ.

“ເປັນຫຍັງຕົວເອງ ບໍ່ແມ່ນຄົນທຳອິດຜະລິດກະດິງລົມ?”, ນັ້ນແມ່ນຄວາມນຶກຄິດ ທີ່ໄດ້ພາໃຫ້ທ່ານ ດຶກເຈິ່ນ ກ້າວເຂົ້າສູ່ ການເລີ່ມຕົ້ນທຸລະກິດ ກັບຜະລິດຕະພັນ ກະດິງລົມ ແລະ ນັ້ນກໍແມ່ນເຫດຜົນທີ່ ເຄື່ອງ ໝາຍການຄ້າ Dofrance ໄດ້ກໍາ ເນີດຂຶ້ນ.

ທ່ານ ດຶກເຈິ່ນ ໃຫ້ຮູ້ວ່າ ໄມ້, ອາລູມີນຽມ ແລະ ກຸບ ເປັນວັດຖຸ ດິບ ທີ່ໄດ້ ສ້າງເປັນ ຂອງຂວັນ ຈາກສີມື ອັນຄ່ອງແຄ້ວ ຂອງ ບັນດານາຍຊ່າງຜູ້ມີສີມືດີຄົນ ຫວຽດ. ດ້ວຍເຫດນັ້ນ, ບັນດາ ວັດຖຸດິບ ດັ່ງກ່າວ ທ່ານ ດຶກເຈິ່ນ ເລືອກເຟັ້ນ ເພື່ອປະດິດສ້າງ ເປັນກະດິງລົມ ມີນໍ້າສຽງ ເປັນທີ່ຖືກໃຈ.

ມີສິ່ງໜ່ຶງທີ່ເຮັດໃຫ້ ທ່ານ ດຶກເຈິ່ນ ເຊື່ອໝັ້ນຕົນເອງ ກ່ຽວກັບ Dofrance, ນັ້ນແມ່ນ ຕົວທ່ານເອງ ໄດ້ປະດິດສ້າງແບບ ສຽງ ກະດິງ ທີ່ແຕກຕ່າງ, ບໍ່ຄືຄວາມຄິດຂອງຫຼາຍຄົນ ເມື່ອ ຊື້ ກະດິງລົມ ໜ່ວຍໜຶ່ງຈາກ ສ ອາເມລິກາ ມາແລ້ວ ຄົ້ນຄວ້າ ເຮັດ ລອກແບບຕາມ. ທ່ານ ດຶກເຈິ່ນ ໄດ້ໃຫ້ຮູ້ວ່າ: “ດ້ວຍເຫດນັ້ນ ຂ້າພະເຈົ້າໄດ້ເຊື່ອໝັ້ນຕົນເອງວ່າ Dofrance ສາມາດ ແກ່ງແຍ້ງກັບ ກະດິງລົມ ຂອງ ຕ່າງປະເທດ.

ຕາມ ທ່ານ ດຶກເຈິ່ນ, ທາດແທ້ ຂອງ ລົມ ແມ່ນບັງເອີນ.  ໝາຍ ຄວາມວ່າ ບໍ່ມີສາຍລົມໃດ ຄືກັບສາຍລົມໃດ. ດ້ວຍ ເຫດນັ້ນ, “ວຽກງານຂອງຕົນແມ່ນປະດິດສ້າງ ສຽງດົນຕີ. ຈຳເປັນ ຕ້ອງ ແມ່ນສຽງດົນຕີ, ຖ້າບໍ່ແມ່ນດົນຕີ ກະດິງລົມນັ້ນຈະແມ່ນການ ລົບກວນດ້ານສຽງ, ໄລຍະຫ່າງ ລະຫວ່າງ ກະດິງລົມ ກັບ ກະ ດິງລົມດົນຕີ ໜ່ວຍໜຶ່ງ ແມ່ນໄກກັນຫຼາຍ”. ທ່ານ ດຶກເຈິ່ນ ໄດ້ ອະທິບາຍກ່ຽວກັບຫຼັກມູນ ຂອງ ຜະລິດຕະພັນ Dofrance ຄື ແນວນັ້ນ.

ພາຍຫຼັງການທົດລອງ ຫຼາຍຄັ້ງ, ທ່ານ ດຶກເຈິ່ນ ໄດ້ຊອກຮູ້ ວິທີໃຫ້ກະດິງລົມ ເກີດເປັນສຽງດົນຕີ. ນັ້ນແມ່ນ ການປະສານ ສຽງໂນດດົນຕີ ຢູ່ ຄວາມຖີ່  432 Hz ຈັດເປັນສຽງ ປະສານ ແລະ ຈັດເປັນລະບຽບຕາມລຳດັບ. ຄວາມຖີ່ 432Hz ຄ້າຍຄື ກັບຄວາມຖີ່ ທໍາມະຊາດຂອງ ມະນຸດ. ເພາະສະນັ້ນ, ເມື່ອ ສຽງກະດິງ ກະຈາຍອອກ ມັນຈະດັດປັບຄືນໃໝ່ ຄວາມຖີ່ ທຳມະຊາດ ຂອງ ພວກເຮົາ.

ມັນຄືກັນກັບ ແຕ່ລະຄົນ ຈະມີລາຍການດົນຕີ ທ່ີເປັນ ຂອງ ຕົວເອງ ເພື່ອການຜ່ອນຄາຍອາລົມ ເມື່ອມີຄວາມຮູ້ສຶກມ່ວນ ຊື່ນ ຫຼື ຫງ່ວມເຫງົາ.









ທ່ານ ດຶກເຈິ່ນ ຕັ້ງຊື່ໃຫ້ “ລູກທາງຈິດໃຈ” ຂອງຕົນ ດ້ວຍ ຊື່ ເອີ້ນທີ່ມີຄວາມໝາຍແບບທຳມະຊາດເຊ່ັນ: ກະດິງ Jupiter (ມົກຕີງ) 50 ມມ,
ກະດິງ ດ້າຍຫາຍຖຸຍ (The Great Water) 50 ມມ...



ຜະລິດຕະພັນ ກະດິງລົມ ຂອງ ທ່ານ ດຶກເຈິ່ນ ຖືກແຂວນຢູ່ສະ ຖາບັນ ພຸດທະສາສະໜາ ຢູ່ ນະຄອນ ໂຮ່ຈີມິນ. 


ປະຈຸບັນ,ໂຮງຜະລິດ ຂອງ ທ່ານ ດຶກເຈິ່ນ ມີຫຼາຍປະເພດ ກະດິງລົມ ດ້ວຍຂະໜາດ ແລະ ສຽງ ທີ່ພິເສດຕ່າງຫາກ. 

ນັກທ່ອງທ່ຽວທີ່ມາຈາກ ສ ອາເມລິກາ ສົນໃຈ ເປັນພິເສດ ບັນດາ ຜະລິດຕະພັນ ກະດິງລົມ  ຂອງ ທ່ານ ດຶກເຈິ່ນ. 

ກະດິງລົມດົນຕີ ຢູ່ໃນໂລກ ເຄີຍໄດ້ໝູນໃຊ້ ເໝືອນດັ່ງ ຜະລິດຕະພັນເພື່ອການປົວພະຍາດ. ຕາມ ທ່ານ ດຶກເຈິ່ນ, ກະດິງ ລົມດົນຕີ ດີທີ່ສຸດ ຕໍ່ສຸຂະພາບ ອັນເນື່ອງຈາກວ່າ ນຳ້ສຽງ ຂອງມັນ ຊ່ວຍເຮັດໃຫ້ຜ່ອນຄາຍອາລົມ. ທ່ານ ດຶກເຈິ່ນ ໄຂຄວາມ ໃນໃຈອອກມາວ່າ: “ຟັງ ດົນຕີ ຮູ້ສຶກມ່ວນ ແລະ  ສະບາຍໃຈ, ຂ້າພະເຈົ້າຄິດວ່າ ນັ້ນພໍແລ້ວ”.

ຈາກບັນດາຜົນງານການຄົ້ນຄວ້າ ດັ່ງກ່າວ, ປັດຈຸບັນ, ທ່ານ ດຶກເຈິ່ນ ກຳລັງມຸ່ງຫວັງ ແຜນການທີ່ໃຫຍ່ຫຼວງກວ່າ, ນັ້ນແມ່ນ ສ້າງສູນປິ່ນປົວພະຍາດ ໂດຍບໍ່ຕ້ອງໃຊ້ຢາຫຼວງ, ຫາກຢູ່ ທີ່ ນັ້ນ ມີແຕ່ປິ່ນປົວພະຍາດ ດ້ວຍ ສຽງດົນຕີ, ຢາພື້ນເມືອງ, ຝຶກ ໂຢຄະ, ປັກເຂັມ, ນວດ ແລະ ວິທີການ ກິນດື່ມ, ດຳລົງຊີວິດ ຢ່າງຖືກຕ້ອງ ເພື່ອໃຫ້ມີສຸຂະພາບ ແຂງແຮງ ແລະ ຈິດແຈ່ມ ໃສ. ໃນນັ້ນ, ກ່ອນອື່ນໝົດ ນັ້ນແມ່ນໃຊ້ ກະດິງລົມ ຂອງ Dofrance.
ບົດ: ຖາວວີ - ພາບ: ທົງຫາຍ

top