ຂ່າວສານ

ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ສືບຕໍ່ຫຼຸດຜ່ອນບັນດາເງື່ອນໄຂລົງທຶນດໍາເນີນທຸລະກິດ

      ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ສະເໜີຕໍ່ລັດຖະບານ ກ່ຽວກັບເລື່ອງຫຼຸດຜ່ອນເງື່ອນໄຂການລົງທຶນ ແລະ  ດໍາເນີນທຸລະກິດ.
        ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ຫາກໍປະກາດເລື່ອງ ປະຕິບັດສໍາເລັດແຜນດໍາເນີນການສໍາຫຼວດກວດກາ, ຫຼຸດຜ່ອນ, ຫັນເປັນລະອຽດບັນດາເງື່ອນໄຂການລົງທຶນ, ດໍາເນີນທຸລະກິດ ທີ່ຂຶ້ນກັບຂົງເຂດຄຸ້ມຄອງລັດຂອງກະຊວງ ໃນລໄຍະ  2017 – 2018. ຄາດວ່າ ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ສະເໜີຕໍ່ລັດຖະບານ ກ່ຽວກັບເລື່ອງຫຼຸດຜ່ອນເງື່ອນໄຂການລົງທຶນ ແລະ  ດໍາເນີນທຸລະກິດ.
        ລະອຽດຄື, ເປົ້າໝາຍຫຼຸດຜ່ອນ, ຫັນເປັນລະອຽດເງື່ອນໄຂລົງທຶນດໍາເນີນທຸລະກິດໄລຍະ 2019 – 2020 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງຄາດວ່າຈະສະເໜີຕໍ່ລັດຖະບານໃນເດືອນພະຈິກຈະມາເຖິງນີ້ ຈະຫຼຸດເງື່ອນໄຂລົງທຶນ, ດໍາເນີນທຸລະກິດ 675 ຂໍ້. ຕົວເລກດັ່ງກ່າວ ໂດຍກະຊວງອຸສາຫະກໍາ ແລະ ການຄ້າ ຫວຽດນາມ ຍົກອອກມາ ພາຍຫຼັງເວລາກວ່າສອງອາທິດ ທີ່ບັນດາຫົວໜ່ວຍດໍາເນີນການສໍາຫຼວດກວດກາຫຼຸດຜ່ອນ, ຫັນເປັນລະອຽດບັນດາເງື່ອນໄຂລົງທຶນ, ດໍາເນີນທຸລະກິດຂຶ້ນກັບຂົງເຂດ ໂດຍກະຊວງຄຸ້ມຄອງ.  ຕົວເລກ 675  ໄດ້ຮັບຖືວ່າ ແມ່ນເງື່ອນໄຂຈໍານວນຫຼາຍ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ບັນດາຫົວໜ່່ວຍຂຶ້ນກັບກະຊວງສະເໜີໃຫ້ຕັດອອກ, ເຊິ່ງສູງກວ່າເງື່ອນໄຂ 63 ຂໍ້ ທີ່ໄດ້ຄາດຄະເນໃນເບື້ອງຕົ້ນ.
 (ແຫຼ່ງຄັດຈາກ VOV)

top