ນີ້ແມ່ນການເຄື່ອນໄຫວໂຄສະນາສື່ສານ, ເຊື່ອມຕໍ່ ແລະສຳພັດມຸ່ງໄປເຖິງປະຊາຄົມ, ວິສາຫະກິດ, ຜູ້ຈຳໜ່າຍ ແລະ ຜູ້ບໍລິໂພກ
(ຮ້ານວາງສະແດງສິນຄ້າສີຂຽວ - ປະຢັດພະລັງງານ)
ກົມນະວັດຕະກຳ, ຫັນເປັນສີຂຽວ ແລະ ສົ່ງເສີມອຸດສາຫະກຳ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພວມຜັນຂະຫຍາຍໂຄງການ “ຮ້ານວາງສະແດງສິນຄ້າສີຂຽວ - ປະຢັດພະລັງງານ” ປີ 2026. ນີ້ແມ່ນການເຄື່ອນໄຫວໂຄສະນາສື່ສານ, ເຊື່ອມຕໍ່ ແລະສຳພັດມຸ່ງໄປເຖິງປະຊາຄົມ, ວິສາຫະກິດ, ຜູ້ຈຳໜ່າຍ ແລະ ຜູ້ບໍລິໂພກ, ຜ່ານນັ້ນ, ກໍ່ຍົກອອກບັນດາມາດຕະການປະຢັດພະລັງງານໃນການດຳລົງຊີວິດ ແລະ ການຜະລິດ. ຕາມແຜນການ, ໃນປີ 2026, ຈະວາງສະແດງສິນຄ້າສີຂຽວ 25 ຮ້ານ ຢູ່ທັງ 3 ພາກ, ສຸມໃສ່ບັນດາເຂດຕົວເມືອງໃຫຍ່, ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ.
ຕອນເຊົ້າວັນທີ 24 ມິຖຸນາ, ຮ້ານວາງສະແດງສິນຄ້າທຳອິດໄດ້ຈັດຂຶ້ນຢູ່ ງານຕະຫຼາດນັດວາງສະແດງສາກົນເຕັກໂນໂລຊີພະລັງງານ - ສິ່ງແວດລ້ອມ ຮ່າໂນ້ຍ 2026 (ENTECH HANOI 2026).