ຂ່າວສານ

ກະຊວງສາທາລະນະສຸກ ຫວຽດນາມ ເພີ່ມທະວີການສົ່ງຊັບພະຍາກອນມະນຸດໄປໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ໃຫ້ແກ່ສາທາລະນະສຸກທ້ອງຖິ່ນ

      ທ່ານລັດຖະມົນຕີຫງວຽນແທງລອງ ສະເໜີໃຫ້ກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ ສົ່ງຊັບພະຍາກອນມະນຸດໄປໜູນຊ່ວຍບັນດາແຂວງດັ່ງກ່າວຕື່ມອີກໂດຍໄວ ເພື່ອຮັບປະກັນການສົມທົບກັບທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງແໜ້ນແຟ້ນ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ  ຫງວຽນແທງລອງ ໄດ້ເປັນປະທານກອງປະຊຸມ
(ພາບ: sggp.org.vn)
      ຕອນບ່າຍວັນທີ 6 ທັນວາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ໄດ້ເປັນປະທານກອງປະຊຸມແບບທາງໄກກັບການນຳບັນດາທ້ອງຖິ່ນທີ່ໂລກລະບາດໂຄວິດ - 19 ກຳລັງແຜ່ລະບາດຢ່າງແຮງຄື: ນະຄອນ ເກີນເທີ, ບັນດາແຂວງ ເຕີຍນິງ, ຊອກຈັງ, ບາເຣ້ຍ - ຫວູງເຕົ່າ ແລະ ອານຢາງ. ທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ສະເໜີໃຫ້ກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ ສົ່ງຊັບພະຍາກອນມະນຸດໄປໜູນຊ່ວຍບັນດາແຂວງດັ່ງກ່າວຕື່ມອີກໂດຍໄວ ເພື່ອຮັບປະກັນການສົມທົບກັບທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງແໜ້ນແຟ້ນ. ຕາມນັ້ນແລ້ວ, ໂຮງໝໍ ແບກມາຍ ໄດ້ສົ່ງຄະນະພະນັກງານການແພດໄປໜູນຊ່ວຍແຂວງ ອານຢ່າງ; ໂຮງໝໍ ຫວຽດນາມ - ເຢຍລະມັນ ໄປໜູນຊ່ວຍແຂວງ ບາເຣ້ຍ - ຫວູງເຕົາ; ໂຮງໝໍ ອີ ໜູນຊ່ວຍແຂວງ ເຕີຍນິງ…
        ກ່ຽວກັບວຽກງານສັກວັກຊີນປ້ອງກັນໂຄວິດ - 19, ກະຊວງສາທາລະນະສຸກຈະສືບຕໍ່ຈັດແບ່ງວັກຊີນຕອບສະໜອງຄວາມຕ້ອງການໃນການສັກວັກຊິນຂອງບັນດາທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)


top