ຂ່າວສານ

ກະຊວງສາທາລະນະສຸກ ຫວຽດນາມ ປະກາດ ມີຜູ້ຕິດເຊື້ອພະຍາດ Covid - 19 ໃໝ່ຕື່ມອີກ 6 ຄົນ

      ໃນເວລາ 6 ໂມງຂອງວັນທີ 1 ເມສາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດວ່າ ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid - 19 ຄົນໃໝ່ຕື່ມອີກ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid- 19 ຢູ່ ຫວຽດນາມ ຂຶ້ນເປັນ 212 ຄົນ.

ຈັດຕັ້ງການກວດຫາເຊື້ອໄວຣັດ SARS - CoV - 2 ໄວຢູ່ຮ່າໂນ້ຍ (ພາບ: TTXVN) 
      ໃນຈຳນວນຄົນເຈັບດັ່ງກ່າວ, ມີຄົນໜຶ່ງແມ່ນພະນັກງານ ຂອງບໍລິສັດຈຳກັດ ເຈືອງຊິງ ເຊິ່ງເປັນໜ່ວຍງານສະໜອງການບໍລິການໃຫ້ແກ່ໂຮງໝໍແບັກມາຍ, 3 ຄົນແມ່ນໄດ້ເຂົ້າເມືອງຫວຽດນາມມາຈາກປະເທດໄທ, ອາເມລິກາ, ລັດເຊຍ, ສ່ວນຄົນເຈັບທີ່ຍັງເຫຼືອແມ່ນຊາວຫວຽດນາມຢູ່ພາຍໃນປະເທດ ຖືກຕິດແປດໃສ່ກັນ. ຄົນເຈັບທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກ ແລະ ມີສຸຂະພາບທີ່ເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)


top