ຂ່າວສານ

ກະຊວງສາທາລະນະສຸກ ປະກາດມາດຕະຖານສຳລັບຮາກຖານຮັບປະກັນຄວາມປອດໄພໃນການສັກວັກຊິນກັນພະຍາດໂຄວິດ - 19

      ວັນທີ 20 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດມາດຕະຖານສຳລັບຮາກຖານຮັບປະກັນຄວາມປອດໄພໃນການສັກວັກຊິນກັນພະຍາດໂຄວິດ - 19 ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍລວມ ແມ່ນປະກອບສ່ວນຍົກສູງວຽກງານຮັບປະກັນຄວາມປອດໄພໃນການສັກວັກຊິນກັນພະຍາດໂຄວິດ - 19 ໃນຂອບເຂດທົ່ວປະເທດ.
ກວດສຸຂະພາບກ່ອນສັກວັກຊິນກັນພະຍາດໂຄວິດ - 19 
      ເປົ້າໝາຍລະອຽດ, ແມ່ນ ສະໜອງເຄື່ອງອຸປະກອນໃຫ້ບັນດາຮາກຖານສັກວັກຊິນ ກວດກາດ້ວຍຕົນເອງ, ຕີລາຄາ, ສຳຫຼວດກວດຄືນ, ແກ້ໄຂບັນດາຄວາມສ່ຽງທີ່ຍັງບໍ່ທັນບັນລຸໄດ້ຄວາມປອດໄພ; ສະໜອງເຄື່ອງອຸປະກອນໃຫ້ບັນດາອົງການຄຸ້ມຄອງສ້າງບັນຊີລາຍຊື່, ກວດກາ, ຕີລາຄາ, ຕິດຕາມກວດກາບັນດາຮາກຖານສັກວັກຊິນໃນບໍລິເວນ ແລະ ຕິດຕາມສະພາບການຜັນຂະຫຍາຍບັ້ນສັກວັກຊິນ.
            ມາດຕະຖານຂອງຮາກຖານທີ່ຮັບປະກັນຄວາມປອດໄພໃນການສັກວັກຊິນ ລວມມີ 3 ສ່ວນ: ຂໍ້ມູນບໍລິຫານ, ໝາກຜົນການປະຕິບັດການສັກວັກຊິນ ແລະ ມາດຕະຖານຕີລາຄາ 9 ປະການ. ບັນດາມາດຕະຖານນີ້ ໄດ້ຍົກອອກບັນດາຄຳຮຽກຮ້ອງທີ່ຄວນກະກຽມກ່ອນທີ່ສັກວັກຊິນ, ໃນຂະນະທີ່ພວມສັກວັກຊິນ ແລະ ຕິດຕາມອາການພາຍຫຼັງການສັກວັກຊິນ.
 (ແຫຼ່ງຄັດຈາກ VOV)


top