ຂ່າວສານ

ກະຊວງສາທາລະນະສຸກ ກຽມພ້ອມເຮັດທຸກວິທີ ເພື່ອໜູນຊ່ວຍດ່າໜັງ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ວັນທີ 01 ສິງຫາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ເຮັດວຽກກັບການນຳຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເພື່ອກຳແໜ້ນສະພາບການ ແລະ ວາງອອກບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -  19.

ພະນັກງານໂຮງໝໍແບກມາຍ ກຽມອອກເດີນທາງໄປຊ່ວຍເຫຼືອ ດ່າໜັງ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: ໂຮງໝໍແບກມາຍ)
      ໃນປັດຈຸບັນ, ສຳລັບວຽກງານຕິດຕາມກວດກາ, ແຍກຕົວຄົນເຈັບ, ທາງກະຊວງໄດ້ລະດົມບັນດາກຳລັງເພື່ອເປີດກວ້າງສະຖານທີ່ກວດວິໄຈຫາເຊື້ອພະຍາດ  04 ແຫ່ງຄື: ສູນຄວບຄຸມໂລກພະຍາດນະຄອນດ່າໜັງ, ໂຮງໝໍປອດດ່າໜັງ, ໂຮງໝໍດ່າໜັງ, ໂຮງໝໍ 199 ຂອງກະຊວງຕຳຫຼວດ. ນອກຈາກນັ້ນ, ທາງກະຊວງສາທາລະນະສຸກໄດ້ມີແຜນການເປີດສາງສະສົມແຫ່ງຊາດດ່ວນ ເພື່ອເກັບມ້ຽນບັນດາວັດຖຸອຸປະກອນການແພດທີ່ຈຳເປັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ.
            ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ໄດ້ຢືນຢັນວ່າ ກະຊວງສາທາລະນະສຸກ ກຽມພ້ອມເຮັດທຸກວິທີເພື່ອຊ່ວຍໜູນນະຄອນດ່າໜັງ ສະກັດກັ້ນໂລກລະບາດໂຄວິດ - 19, ພ້ອມກັນນັ້ນ, ທາງນະຄອນກໍຄວນປະຕິບັດວຽກງານປ້ອງກັນ ແລະ ຕ້ານໂລກລະບາດໃນຊຸມຊົນໃຫ້ເປັນຢ່າງດີ.
            ໃນປັດຈຸບັນ ບັນດານັກຊ່ຽວຊານ, ແພດໝໍ ພວມເຮັດວຽກຕະຫຼອດວັນ ແລະ ຄືນ ເພື່ອສຳເລັດການເກັບເອົາຕົວຢ່າງພະຍາດຂອງນັບພັນຄົນທີ່ດຳລົງຊີວິດໃນບໍລິເວນຖືກປິດລ້ອມຢູ່ໃກ້ກັບໂຮງໝໍໃຫຍ່ 3 ແຫ່ງຂອງດ່າໜັງ.
 (ແຫຼ່ງຄັດຈາກ VOV)
 
 


top