ຂ່າວສານ

ກະຊວງວັດທະນະທຳກິລາແລະທ່ອງທ່ຽວຜັນຂະຫຍາຍຫນ້າທີ່ປີ2018

      ກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດຜັນຂະຫຍາຍວຽກງານວັດທະນະທຳ ກິລາ ແລະ ທ່ອງທ່ຽວ ປີ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມັງກອນ ໄດ້ດຳເນີນໃນພາບດຽວກັນທັງຢູ່ ຮ່າໂນ້ຍ, ດາຫນັງ ແລະ ນະຄອນ ໂຮ່ຈິມີນ. 
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ສະເຫນີ ບັນດາຂະແຫນງການວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຈົ່ງປະຕິບັດວຽກງານການຈັດຕັ້ງ, ການຄຸ້ມຄອງງານບຸນເປັນຢ່າງດີ, ເດັດດ່ຽວດັດປັບບັນດາການເຄື່ອນໄຫວງານບຸນບໍ່ຖືກກັບຄຸນນະທາດຂອງງານບຸນພື້ນເມືອງ. ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ປີ 2018 ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ຂະແຫນງທ່ອງທ່ຽວວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 15- 17 ລ້ານເທື່ອຄົນ. ໃນປີ 2018 ຂະແຫນງທ່ອງທ່ຽວກໍ່ວາງຄາດໝາຍຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດປະມານ 78 ລ້ານເທື່ອຄົນ, ຍອດລາຍຮັບຈາກທ່ອງທ່ຽວໃຫ້ບັນລຸ 620.000 ຕື້ດົງ (ເທົ່າກັບ 27,5 ຕື້ USD).
 (ແຫຼ່ງຄັດຈາກ VOV)

top