ຂ່າວສານ

ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມື

ເນື່ອງໃນໂອກາດການຢ້ຽມຢາມລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ຕອນບ່າຍວັນທີ 9 ສິງຫາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ  ແລະ ປະທານປະເທດລາວ ທອງລຸນ ສີສຸລິດ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກລະຫວ່າງ 2 ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ

2 ຝ່າຍໄດ້ເຫັນດີຕີລາຄາບົນພື້ນຖານໝາກຜົນການພົບປະລະຫວ່າງ 2 ກະຊວງໃນເດືອນມິຖຸນາທີ່ຜ່ານມາ, ບັນດາພາກສ່ວນທີ່ມີໜ້າທີ່ຮັບຜິດຊອບຂອງ ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຊຶ່ງລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບ. ລັດຖະມົນຕີ 2 ທ່ານ ຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຊຶ່ງກັນ ແລະ ກັນໃນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19.

    ກ່ອນໜ້ານັ້ນ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງທັງ 2 ປະທານປະເທດຫວຽດນາມ ແລະ ລາວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟານວັນຢາງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນຈັນຍາລາດ ໄດ້ລົງນາມໃນເອກະສານວ່າດ້ວຍການຮ່ວມມືກູ້ໄພກູ້ຊີບ ແລະ ບົດບັນທຶກກ່ຽວກັບການຊ່ວຍປຸກສ້າງໂຮງຮຽນວັດທະນະທຳຊົນເຜົ່າກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ.

   ຕອນບ່າຍວັນດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດທັງສອງໄດ້ເປັນປະທານພິທີຕັດແຖບຜ້າເປີດໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ ຊຶ່ງແມ່ນຂອງຂວັນຂອງຫວຽດນາມທີ່ສະຫງວນໃຫ້ແກ່ກະຊວງປ້ອງກັນປະເທດລາວ.

(ແຫຼ່ງຄັດຈາກ VOV)



top