ຂ່າວສານ

ກະຊວງປ້ອງກັນປະເທດ ອາເມລິກາ: ເອກະສານຂອງ ອາເມລິກາ ທີ່ຖືກຮົ່ວໄຫຼອາດຈະສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອາເມລິກາ ພວມສືບສວນວ່າ ເປັນຫຍັງຈຶ່ງເກີດເຫດການດັ່ງກ່າວໄດ້, ກໍ່ຄືຂອບເຂດຂອງບັນຫາ.
ທຳນຽບ 5 ແຈ , ສຳນັກງານກະຊວງປ້ອງກັນປະເທດ ອາເມລິກາ (ພາບ: Reuters)

ວັນທີ 10 ເມສາ, ທ່ານ Chris Meagher, ຜູ້ຊ່ວຍວຽກຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ໃຫ້ຮູ້ວ່າ: ເຫດເອກະສານລັບການທະຫານຂອງ ອາເມລິກາ ປະມວນ 100 ໜ້າທີ່ຖືກຮົ່ວໄຫຼຫວ່າງມໍ່ໆມານີ້ ອາດຈະກໍ່ຄວາມ “ອັນຕະລາຍທີ່ສຸດ” ສຳລັບຄວາມໝັ້ນຄົງແຫ່ງຊາດ. ຕາມທ່ານ Meagher ແລ້ວ, ເຫດການຮົ່ວໄຫຼຂອງເອກະສານນີ້ອາດກໍ່ໃຫ້ເກີດ “ຄວາມສ່ຽງທີ່ຮ້າຍແຮງສຳລັບຄວາມໝັ້ນຄົງແຫ່ງຊາດ ແລະ ອາດຈະເຮັດໃຫ້ເກີດຂໍ້ມູນຂ່າວທີ່ຜິດເຂວ”. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອາເມລິກາ ພວມສືບສວນວ່າ ເປັນຫຍັງຈຶ່ງເກີດເຫດການດັ່ງກ່າວໄດ້, ກໍ່ຄືຂອບເຂດຂອງບັນຫາ.

ວັນທີ 7 ເມສາ, ກະຊວງຍຸຕິທຳ ອາເມລິກາ ໄດ້ເປີດການສືບສວນ ກ່ຽວກັບຕົ້ນກຳເນີດ, ລັກສະນະແທ້ຈິງຂອງບັນດາເອກະສານສະບັບນີ້ ແລະ ມີຫຼາຍບົດລາຍງານສະແດງໃຫ້ເຫັນມັນເລີ່ມໄດ້ປະກົດຢູ່ໃນສື່ສັງຄົມອອນລາຍແລ້ວ. ປະຈຸບັນ, ບັນດາເອກະສານດັ່ງກ່າວບໍ່ໄດ້ປະກົດຕົວໃນສື່ສັງຄົມອອນລາຍຄືແຕ່ກ່ອນອີກແລ້ວ ແລະ ວົງການນັກສັງເກດການໃຫ້ຮູ້ວ່າ ລັດຖະບານ ອາເມລິກາ ພວມມານະພະຍາຍາມເພື່ອລືບບັນດາຂໍ້ມູນດັ່ງກ່າວ.


top