ຂ່າວສານ

ກະຊວງປ້ອງກັນປະເທດ ຫວຽດນາມ ຈັດກອງປະຊຸມຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດ Covid-19

ຕອນເຊົ້າວັນທີ 10 ມີນາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 3 ເພື່ອຜັນຂະຫຍາຍວຽກງານການປ້ອງກັນ, ຄວບຄຸມໂລກລະບາດໃນໄລຍະຈະມາເຖິງ. 

ກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 (ພາບ: https://www.qdnd.vn/)

ໄລ່ມາຮອດວັນທີ 10 ມີນາ, ບັນດາກົມກອງຂອງກະຊວງປ້ອງກັນປະເທດໄດ້ຮັບເອົາພົນລະເມືອງ ຫວຽດນາມ ກ່ວາ 16.000 ຄົນ ແລະ ຊາວຕ່າງປະເທດທີ່ມາຈາກບັນດາປະເທດເກີດເຊື້ອພະຍາດດັ່ງກ່າວ ເພື່ອປະຕິບັດການແຍກຕົວ. ຕໍ່ໜ້າສະພາບການໂລກ Covid - 19ຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ ແລະ ພວມກວດກາ, ປັບປຸງກຳລັງຢູ່ທຸກຂັ້ນ, ກະກຽມທຸກດ້ານ ເພື່ອຕອບສະໜອງ, ຮັບມືຕໍ່ບັນດາກໍລະນີຂອງໂລກລະບາດ Covid-19. ປັດຈຸບັນ, ທົ່ວກອງທັບໄດ້ກະກຽມຄ້າຍທະຫານ, ສາມາດຮັບເອົາຄົນມາແຍກຕົວໄດ້ກ່ວາ 37.700 ຄົນ.
 (ແຫຼ່ງຄັດຈາກ VOV)

top