ຂ່າວສານ

ກະຊວງປ້ອງກັນປະເທດ ຫວຽດນາມ ຈັດກອງປະຊຸມຄະນະຊີ້ນຳ Covid-19

      ຕອນເຊົ້າວັນທີ 17 ມີນາ, ທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັນດາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໄລຍະທີ 2. 

ທ່ານພົນໂທ ເຈິ່ນເດີນ ຊີ້ນຳກອງປະຊຸມ (ພາບ: qdnd.vn)
      ຊີ້ນຳກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳຊີ້ແຈ້ງວ່າ:
        “ກ່ຽວກັບຝ່າຍກອງທັບ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ເປີດກ້ວາງບັນດາເຂດແຍກຕົວ ແລະ ນຳໃຊ້ບັນດາມາດຕະການເຄັ່ງຄັດ ກ່ວາອີກ, ດີກ່ວາອີກ, ເພື່ອສາມາດປະຕິບັດໜ້າທີ່ໃຫ້ດີທີ່ສຸດ ແລະ ປ້ອງກັນ, ສະກັດກັ້ນໃນກອງທັບເອງ, ຮັບປະກັນໃຫ້ກອງທັບມີສຸຂະພາບດີຢ່າງຄົບຖ້ວນ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ກຽມພ້ອມສູ້ຮົບ ແລະ ຮັບໃຊ້ປະຊາຊົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ.” 
 (ແຫຼ່ງຄັດຈາກ VOV)


top