ຂ່າວສານ

ກະຊວງຕຳຫຼວດພົບປະກັບນັກສິລະປິນ, ນັກປະພັນ, ນັກຂ່າວຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ

ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບບັນດານັກສິລະປິນ, ນັກປະພັນ, ນັກຂ່າວຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງກຳລັງຕຳຫຼວດປະຊາຊົນ.

ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບບັນດານັກສິລະປິນ, ນັກປະພັນ, ນັກຂ່າວຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງກຳລັງຕຳຫຼວດປະຊາຊົນ.

    

ການພົບປະໃນວັນທີ 12 ສິງຫາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ ຫວຽດນາມ (19/8/1945 – 19/8/2022), ແລະ 17 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ (19/8/2005 – 19/8/2022), ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບບັນດານັກສິລະປິນ, ນັກປະພັນ, ນັກຂ່າວຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປ້ອງກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງກຳລັງຕຳຫຼວດປະຊາຊົນ. ໃນຊຸມປີຜ່ານມາ, ມີຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ສື່ມວນຊົນໃນຂະແໜງຕຳຫຼວດປະຊາຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາ, ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ແລະ ກຳລັງຕຳຫຼວດປະຊາຊົນ; ຂົນຂວາຍປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ສ້າງຊີວິດວັດທະນະທຳຢູ່ຂັ້ນຮາກຖານ. ກ່າວຄຳເຫັນທີ່ການພົບປະ, ທ່ານພົນຕີ ຫງວຽນຢຸຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ສະເໜີວ່າ:

        “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ, ນັກສິລະປິນ, ນັກປະພັນ, ນັກຂ່າວ, ນັກກະວີຈະສືບຕໍ່ຮ່ວມເດີນທາງພ້ອມກັບກຳລັງຕຳຫຼວດປະຊາຊົນເພື່ອໃຫ້ພວກເຮົາມີຜະລິດຕະພັນມາເຖິງປະຊາຊົນ. ຂ້າພະເຈົ້າກໍ່ຫວັງວ່າ, ຈະສືບຕໍ່ມີບັນດາຜະລິດຕະພັນໃນໄລຍະຈະມາເຖິງເພື່ອລະດົມກຳລັງໃຈກຳລັງຕຳຫຼວດປະຊາຊົນສືບຕໍ່ມີຄວາມອຸ່ນອ່ຽນໃຈ, ມີຄວາມເຊື່ອໝັ້ນຕົນເອງເພື່ອແກ້ໄຂວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ, ຮັບໃຊ້ສັງຄົມ, ຮັບໃຊ້ຄວາມສັນຕິສຸກຂອງປະຊາຊົນ ຫວຽດນາມ ແຕ່ລະຄົນໃຫ້ດີກ່ວາເກົ່າ.”

(ແຫຼ່ງຄັດຈາກ VOV)


top