ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ
ທ່ານລັດຖະມົນຕີ ເລແທ່ງລອງ ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 27 ພະຈິກ, ທີ່ນະຄອນຫລວງ ວຽງຈັນ ປະເທດ ລາວ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ເປັນຫົວໜ້າຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ກະຊວງຍຸຕິທຳ 2 ປະເທດໃນໄລຍະຜ່ານມາ; ຢືນຢັນການຮ່ວມມືນີ້ ປະກອບສ່ວນເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.
ການເຈລະຈາລະຫວ່າງ 2 ກະຊວງ
ແລະກໍ່ໃນຕອນເຊົ້າວັນທີ 27 ພະຈິກ, ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ ໂດຍທ່ານລັດຖະມົນຕີ ໄຊສີ ສັນຕິວົງ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການຮ່ວມມືຕາມທິດນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ປະຕິບັດສັນຍາໜູນຊ່ວຍດ້ານຕຸລາການໃນຂົງເຂດແພ່ງ ແລະ ອາຍາລະຫວ່າງ 2 ປະເທດເປັນຢ່າງດີ ພ້ອມທັງກະກຽມຈັດຕັ້ງກອງປະຊຸມເສັ້ນທາງຊາຍແດນຄັ້ງທີ 4 ໃຫ້ສຳ ເລັດຜົນ.
ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ຫວຽດນາມ

ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳ ລາວ

ພິທີລົງນາມລະຫວ່າງ 2 ກະຊວງ
(ແຫຼ່ງຄັດຈາກ VOV)