ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມຈັດກອງປະຊຸມຂ່າວນັດສາມັນປະຈຳເດືອນພຶດສະພາ

      ຕອນບ່າຍວັນທີ 25 ພຶດສະພາ, ທີ່ກອງປະຊຸມຂ່າວນັດສາມັນປະຈຳເດືອນພຶດສະພາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໄດ້ຢືນຢັນວ່າ: ປະຈຸບັນ ຍັງບໍ່ທັນມີຂ່າວຄາວກ່ຽວກັບຊາວຫວຽດນາມ ໃນບັນດາເຫດວາງລະເບີດຢູ່ ອັງກິດ ກໍຄື ຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
      ພວກຂ້າພະເຈົ້າໄດ້ອັບເດັດສະພາບການເຫດວາງລະເບີດຢູ່ Manchester ຂອງອັງກິດ ແລະ ມາຮອດປະຈຸບັນ ຍັງບໍ່ທັນມີຂ່າວຄາວຫລ້າສຸດກ່ຽວກັບສະພາບການຊາວຫວຽດນາມ ຖືກປະສົບເຄາະຮ້າຍໃນເຫດດັ່ງກ່າວຫລືບໍ່. ກ່ຽວຂ້ອງເຖິງເຫດວາງລະເບີດຢູ່ ຈາກາກຕາ ປະເທດອິນໂດເນເຊຍ ຫລື ຢູ່ ຟີລີບປີນ, ຕາມບັນດາອົງການຜູ້ຕາງຫນ້າຂອງຫວຽດນາມ ຢູ່ບັນດາປະເທດເຫຼົ່ານັ້ນ, ຍັງບໍ່ທັນມີຂ່າວຄາວກ່ຽວກັບຄວາມເສຍຫາຍຂອງຊາວຫວຽດນາມເທື່ອ.
            ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຈຸດປະສົງຂອງການຢ້ຽມຢາມ ອາເມລິກາ ຈະມາເຖິງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມອາເມລິກາຄັ້ງນີ້ ການນຳສອງປະເທດຈະປຶກສາຫາລືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ, ພິເສດໃນບັນດາຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ ການຄ້າ, ການສຶກສາ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ບັນດາບັນຫາພາກພື້ນ ແລະສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

top