ຂ່າວສານ

ກະຊວງການຕ່າງປະເທດຄວນເສີມຂະຫຍາຍບົດບາດນຳໜ້າໃນບັນດາໜ້າທີ່ພົວພັນຕ່າງປະເທດ

ໂລກຈະສືບຕໍ່ຜ່ານຜ່າການຜັນແປຢ່າງເລິກເຊິ່ງ, ສັບສົນ; ເຖິງຢ່າງໃດກໍ່ຕາມ, ພ້ອມກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ ກໍມີກາລະໂອກາດ, ຄວາມສະດວກຫຼາຍຢ່າງ.
  ທ່ານຮອງນາຍົກລັດຖະມົນຕີ ເຈິນລິວກວາງ ເຮັດວຽກກັບກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP)  

ຕອນບ່າຍວັນທີ 30 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິນລິວກວາງ ໄດ້ເຮັດວຽກກັບກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບເລື່ອງຜັນຂະຫຍາຍວຽກງານພົວພັນຕ່າງປະເທດປີ 2023.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ເນັ້ນໜັກວ່າ, ໂລກຈະສືບຕໍ່ຜ່ານຜ່າການຜັນແປຢ່າງເລິກເຊິ່ງ, ສັບສົນ; ເຖິງຢ່າງໃດກໍ່ຕາມ, ພ້ອມກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ ກໍມີກາລະໂອກາດ, ຄວາມສະດວກຫຼາຍຢ່າງ. ກະຊວງການຕ່າງປະເທດຕ້ອງເປັນເຈົ້າການ, ຕັ້ງໜ້າກວ່າ ເພື່ອເປັນເສນາທິການໃຫ້ພັກ, ລັດ ບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການ ແລະ ບາດກ້າວພົວພັນຕ່າງປະເທດໃຫ້ສອດຄ່ອງ ເພື່ອຍາດແຍ່ງເອົາກາລະໂອກາດໃຫ້ໄດ້ຫຼາຍທີ່ສຸດເພື່ອມາຮັບໃຊ້ການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ. ທາງກະຊວງກໍ່ຕ້ອງສຸມໃສ່ປະຕິບັດລາຍການພົວພັນຕ່າງປະເທດທຸກຂັ້ນໃຫ້ເປັນຢ່າງດີ; ສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ ແລະ ບັນລຸປະສິດທິຜົນກວ່າເກົ່າ; ປັບປຸງ, ຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາ; ຍາດແຍ່ງບັນດາປັດໃຈສາກົນສະດວກ, ແຫຼ່ງກຳລັງຈາກພາຍນອກ ແລະ ບັນດາສັນຍາ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມແລ້ວຢ່າງສຸດຂີດ ເພື່ອມາຮັບໃຊ້ການພັດທະນາປະເທດຊາດຢ່າງໄວ, ຍືນຍົງ. ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຂົ້າຮ່ວມບັນດາເວທີປາໄສ, ກົນໄກຫຼາຍຝ່າຍສຳຄັນຢ່າງມີປະສິດທິຜົນ, ຜ່ານນັ້ນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ.


top