ຂ່າວສານ

ກະຊວງການຕ່າງປະເທດ ຫວຽດນາມ ສືບຕໍ່ແລກປ່ຽນກັບ ຟິລິບປິນ ເພື່ອນຳພົນລະເມືອງ ກັບເມືອ ປະເທດດ້ວຍຄວາມປອດໄພ

ກົມກົງສູນ ແລະ ພະແນກການຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ກະກຽມບັນດາວິທີການ, ສົມທົບກັບບັນດາອົງການຄຸ້ມຄອງດ່ານຊາຍແດນເພື່ອຮັບ, ມອບສົ່ງພົນລະເມືອງໃຫ້ຄອບຄົວ, ທ້ອງຖິ່ນທີ່ກ່ຽວຂ້ອງ.
ບັນດາພົນລະເມືອງ ຫວຽດນາມ ໄດ້ກູ້ໄພກູ້ຊີບ ກັບເມືອຮອດ ຫວຽດນາມ

ໂດຍກ່ຽວຂ້ອງເຖິງເຫດການກຳລັງຮັບຜິດຊອບ ຟິລິບປິນ ໄດ້ກູ້ເອົາຊີວິດຂອງພົນລະເມືອງ ຫວຽດນາມ ໃນວັນທີ 4 ພຶດສະພາ 2023 ຢູ່ແຂວງ Pampanga, ໃກ້ກັບນະຄອນຫຼວງ ມານີລາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 30 ພຶດສະພາ, ພົນລະເມືອງ ຫວຽດນາມ 60 ຄົນໄດ້ກັບຄືນເມືອປະເທດ. ກົມກົງສູນ ແລະ ພະແນກການຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ກະກຽມບັນດາວິທີການ, ສົມທົບກັບບັນດາອົງການຄຸ້ມຄອງດ່ານຊາຍແດນເພື່ອຮັບ, ມອບສົ່ງພົນລະເມືອງໃຫ້ຄອບຄົວ, ທ້ອງຖິ່ນທີ່ກ່ຽວຂ້ອງ.

        ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ໄດ້ຊີ້ນຳກົມກົງສູນ ແລະ ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ ສົມທົບກັບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງປະຈຳຖິ່ນຢື້ຢາມຖາມຂ່າວ, ໜູນຊ່ວຍບັນດາພະລະເມືອງ ຫວຽດນາມ, ພິເສດແມ່ນບັນດາຜູ້ທີ່ມີເອກະສານສ່ວນຕົວໝົດມີກຳນົດ. ກະຊວງການຕ່າງປະເທດ ໄດ້ຊີ້ນຳກົມກົງສູນ ແລະ ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ ສືບຕໍ່ແລກປ່ຽນກັບຝ່າຍ ຟີລິບປິນ ເພື່ອນຳສົ່ງຈຳນວນພົນລະເມືອງທີ່ ຍັງເຫຼືອ ກັບເມືອ ຫວຽດນາມ ດ້ວຍຄວາມປອດໄພໂດຍໄວ.

top