ມາຮອດປະຈຸບັນ, ອຳນາດການປົກຄອງ ແລະ ບັນດາຄະນະ, ຂະແໜງການເຂດພິເສດ ແບັກລອງວີ ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ເຫດການໃຫຍ່ນີ້ຢ່າງລອບຄອບທີ່ຖ້ວນ, ຄົບຊຸດແລ້ວ.
ເຂດພິເສດ ແບັກລອງວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 14 ມີນາ ຈະມາເຖິງ, ກ່ອນກຳນົດເວລາ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ.
ຕາມທ່ານ ຫງວຽນວັນເຮົ້າ, ຮອງປະທານຄະນະກຳມະການປະຊາຊົນ ເຂດພິເສດ ແບັກລອງວີ ແລ້ວ, ມາຮອດປະຈຸບັນ, ອຳນາດການປົກຄອງ ແລະ ບັນດາຄະນະ, ຂະແໜງການເຂດພິເສດ ແບັກລອງວີ ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ເຫດການໃຫຍ່ນີ້ຢ່າງລອບຄອບທີ່ຖ້ວນ, ຄົບຊຸດແລ້ວ.
“ເຂດພິເສດ ແບັກລອງວີ ມີ 2 ໜ່ວຍປ່ອນບັດ, ວຽກງານກະກຽມໄດ້ປະຕິບັດເປັນຢ່າງດີພໍສົມຄວນ. ສຳລັບ ແບັກລອງວີ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ກວດກາຄືນ; ພາຍຫຼັງກວດກາຄືນ, ບັນດາຊາວປະມົງທີ່ຍັງບໍ່ທັນຂຶ້ນຝັ່ງ ຫາກມີເງື່ອນໄຂປ່ອນບັດຢ່າງຄົບຖ້ວນ ຢູ່ ແບັກລອງວີ ຈະມີຫີບປ່ອນບັດເຄື່ອນທີ່ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ປ່ອນບັດ”.