ຂ່າວສານ

ກະກຽມໃຫ້ແກ່ກອງປະຊຸມສົ່ງເສີມການລົງທຶນຢູ່ເມືອງ ຮອັກມົນ ແລະ ກູ໋ຈີ, ນະຄອນ ໂຮ່ຈີມິນ ເປັນຢ່າງດີ

ຮອັກມົນ ແລະ ກູ໋ຈີ ແມ່ນເຂດເຕີບໂຕໃໝ່ຂອງ ນະຄອນ ໂຮ່ຈີມິນ ໃນອະນາຄົດໃກ້ໆນີ້; ດັ່ງນັ້ນ, ຕ້ອງເລືອກເອົາໂຄງການ, ລາຍການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ສອດຄ່ອງກັບການກຳນົດທິດພັດທະນາຂອງສອງເມືອງ ເພື່ອຮຽກຮ້ອງການລົງທຶນ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກ (ພາບ: TTXVN)  

 ໄລ່ມາຮອດຈຸດເວລານີ້, ບັນດາຫົວໜ່ວຍ, ພາກສ່ວນຕ່າງໆໄດ້ກະກຽມໃຫ້ແກ່ກອງປະຊຸມສົ່ງເສີມການລົງທຶນຢູ່ເມືອງ ຮອັກມົນ ແລະ ກູ໋ຈີ ປີ 2022 ເຊິ່ງຄາດວ່າຈະດຳເນີນໃນຕົ້ນເດືອນ ເມສາ ນີ້ ໄດ້ເປັນຢ່າງດີ. ນີ້ແມ່ນການຕີລາຄາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ການເຮັດວຽກໃນວັນທີ 16 ມີນາ ກັບການນຳນະຄອນ ໂຮ່ຈີມິນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງນະຄອນ ເພື່ອກວດກາ, ຕີລາຄາຄວາມຄືບໜ້າຂອງວຽກງານກະກຽມໃຫ້ແກ່ເຫດການນີ້.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຮອັກມົນ ແລະ ກູ໋ຈີ ແມ່ນເຂດເຕີບໂຕໃໝ່ຂອງ ນະຄອນ ໂຮ່ຈີມິນ ໃນອະນາຄົດໃກ້ໆນີ້; ດັ່ງນັ້ນ, ຕ້ອງເລືອກເອົາໂຄງການ, ລາຍການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ສອດຄ່ອງກັບການກຳນົດທິດພັດທະນາຂອງສອງເມືອງ ເພື່ອຮຽກຮ້ອງການລົງທຶນ.

ກອງປະຊຸມຄັ້ງນີ້ ຄາດວ່າຈະຈັດງານວາງສະແດງແນະນຳບັນດາໂຄງການໃໝ່ເພື່ອຮຽກຮ້ອງການລົງທຶນ, ບັນດາຜະລິດຕະພັນກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຂອງເມືອງຕ່າງໆ. ໃນຈຳນວນ 55 ໂຄງການທີ່ສອງເມືອງດັ່ງກ່າວໄດ້ເຊື້ອເຊີນໃຫ້ລົງທຶນໃນໂອກາດນີ້ ມີມູນຄ່າ 12,5 ຕື້ USD.



top