ຂ່າວສານ

ກະກຽມບັນດາເນື້ອໃນສຳຄັນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດທີ 14

      ວາລະປະຊຸມເທື່ອທີ 10 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14, ຄາດວ່າຈະດຳເນີນໃນລະຫວ່າງວັນທີ 15 – 17 ພຶດສະພາ, ລວມມີເນື້ອໃນສຳຄັນຫຼາຍຢ່າງ ເພື່ອກະກຽມໃຫ້ ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 22 ພຶດສະພາ.

(ພາບປະກອບ: TTXVN) 
      ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2016; ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2017; ຮ່າງມະຕິຂອງລັດຖະບານກຳນົດບາງກົນໄກ, ນະໂຍບາຍ, ການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫາຍຟ່ອງ; ລາຍງານການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ; ຮ່າງບົດລາຍງານລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ…
 (ແຫຼ່ງຄັດຈາກ VOV)

                                                                                            

top