ຂ່າວສານ

ກະກຽມຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຕໍາຫຼວດໃຫ້ເປັນຢ່າງດີ ພ້ອມທັງປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ປະສົບຜົນສໍາເລັດຢ່າງຈົບງາມ

      ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຈໍາພັກຕໍາຫຼວດສູນກາງ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ຄວາມຮັບຜິດຊອບໃນໄລຍະຈະມາເຖິງ ແລະ ປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ 7 ອາຍຸການ 2020 – 2025.

ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ຄວາມຮັບຜິດຊອບໃນໄລຍະຈະມາເຖິງ ແລະ ປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ 7 ອາຍຸການ 2020 – 2025
(ພາບ: TTXVN)
      ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ 7 ແມ່ນເຫດການການເມືອງທີ່ສໍາຄັນເປັນພິເສດ ເຊິ່ງຖືກດໍາເນີນໃນສະພາບການທີ່ປະເທດຊາດມີຫຼາຍເຫດການການເມືອງສໍາຄັນ. ດັ່ງນັ້ນ, ອົງຄະນະພັກຕໍາຫຼວດສູນກາງ ຕ້ອງເອົາໃຈໃສ່, ປະກອບຄໍາເຫັນກ່ຽວກັບວຽກງານກໍ່ສ້າງພັກໃຫ້ຫຼາຍກວ່າ ເພື່ອປະຕິບັດໜ້າທີ່ການເມືອງ ໂດຍ ພັກ, ລັດ ໄດ້ມອບໝາຍໃຫ້ເປັນຢ່າງດີ.
        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍຊີີ້ແຈ້ງວ່າ, ທາງຂະແໜງຕ້ອງເປັນເຈົ້າການກວ່າອີກໃນວຽກງານຕໍ່່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ ບໍ່ປະໃຫ້ຕົກເຂົ້າໃນທ່າຮັບ, ເອົາໃຈໃສ່ເຖິງວຽກງານປ້ອງກັນ, ຕ້ານອາດຊະຍາກໍາຢາເສບຕິດ, ບັນດາບັນຫາຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ການເງິນ, ທະນາຄານ, ຄວາມປອດໄພທາງເຄືຍຂ່າຍອິນເຕີແນັດ; ເສີມຂະຫຍາຍບົດບາດຂອງຂະແໜງໃນການສືບສວນ, ແກ້ໄຂບັນດາກໍລະນີທີ່ຍັງຄົງຄ້າງ. ຄະນະບໍລິຫານງານອົງຄະນະພັກຕໍາຫຼວດສູນກາງ ຕ້ອງເພີ່ມທະວີການຊີ້ນໍາໂດຍກົງ, ຮອບດ້ານ, ຍົກສູງຄຸນນະພາບຂອງພະນັກງານ, ວຽກງານບຸກຄະລາກອນ./.
 (ແຫຼ່ງຄັດຈາກ VOV)


top