ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ຮັບຄວາມຫວັງວ່າ ຈະເປີດບັນດາກຳນົດທິດຍຸດທະສາດສຳຄັນ, ໃນນັ້ນ ກຳນົດວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳແມ່ນກຳລັງໜູນພັດທະນາແກ່ນສານ ແມ່ນການເລືອກເຟັ້ນຍຸດທະສາດອັນຖືກຕ້ອງ ແລະ ທັນການ.
ທ່ານ ສຈ.ປອ ວິທະຍາສາດ ຫງວຽນວັນເຕິມ, ປະທານພະແນກ ວິທະຍາສາດຄອມພິວເຕີ, ຂໍ້ມູນ ແລະ ປັນຍາປະດິດ (ພາບ: TTXVN)
ທ່ານ ສຈ.ປອ ວິທະຍາສາດ ຫງວຽນວັນເຕິມ, ປະທານພະແນກ ວິທະຍາສາດຄອມພິວເຕີ, ຂໍ້ມູນ ແລະ ປັນຍາປະດິດ (AI), ຂຶ້ນກັບສະຖາບັນສັບພະວິຊາ ປາຣີ (IP ປາຣີ), ເນັ້ນໜັກວ່າ ວິທະຍາສາດ - ເຕັກໂນໂລຢີ ໂດຍຈຸດສຸມແມ່ນ AI, ມີບົດບາດແກ່ນສານ ແລະ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ, ຊ່ວຍ ຫວຽດນາມ ເພີ່ມທະວີລັກສະນະເປັນເຈົ້າຕົນເອງ ແລະ ຢັ້ງຢືນທີ່ຕັ້ງ, ຈຸດຢືນໃນສັງກາດໃໝ່ເທື່ອລະກ້າວ. ທ່ານ ສຈ.ປອ ຫງວຽນວັນເຕິມ ຢັ້ງຢືນວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດປະຫວັດສາດເພື່ອສ້າງບາດກ້າວບຸກທະລຸຢ່າງແທດຈິງ ອີງໃສ່ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ.
ໃນຂະນະນັ້ນ, ທ່ານ SD Pradhan ອະດີດຮອງຫົວໜ້າທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ວາງເປົ້າໝາຍຍົກວິທະຍາສາດ ແລະ ເຕັກໂນໂລຢີຂຶ້ນສູ່ທີ່ຕັ້ງບົດບາດເປັນກຳລັງຜະລິດຫຼັກແຫຼ່ງ, ຮັບຮອງເອົາເລື່ອງເພີ່ມທະວີການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ (R&D), ເພີ່ມທະວີການຮ່ວມສຳພັນລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ, ພ້ອມທັງໃຫ້ບຸລິມະສິດແກ່ບັນດາເຕັກໂນໂລຢີຍຸດທະສາດເຊັ່ນ ປັນຍາປະດິດ (AI), ທາດເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຊີວະສາດ, ພະລັງງານທົດແທນ… ຫຼຸດຜ່ອນການເອື້ອຍອີງໃສ່ເຕັກໂນໂລຢີນຳເຂົ້າ.