ຂ່າວສານ

ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ APEC ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ 2026 ຈະ​ດຳ​ເນີນ​ຢູ່ ເຈິ້ງ​ຢູ, ຈີນ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັ​ນ​ຍາ​ປະ​ດິດ​ປີ 2026 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ຢູ່ ເຈິ້ງ​ຢູ, ແຂວງ ຊື້​ຈວນ, ຈີນ.
  ກອງປະຊຸມເພື່ອທົບທວນຄືນວຽກງານການກໍ່ສ້າງສູນສື່ມວນຊົນສາກົນ (IMC) ສຳລັບສັບປະດາຂັ້ນສູງ APEC 2027. ພາບ: VNA  
ະ​ຊຸມ​ມີ​ຫົວ​ຂໍ້ “ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດມອບ​ສິດ​ໃຫ້​ປະ​ຊາ​ຄົມ ອາ​ຊີ - ປາ​ຊີ​ຟິກ”, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖ​ະ​ກິດ​ສະ​ມາ​ຊິກ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ. ຕາມ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວ​ສານ ຈີນ​ແລ້ວ, ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ສະ​ມາ​ຊິກ​ຈະ​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ແພດ, ການ​ສຶກ​ສາ, ຄົມ​ມະ​ນາ​ຄົມ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳ, ຜ່ານ​ນັ້ນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ, ພ້ອມ​ທັງ​ຊຸກ​ຍູ້​ການ​ແບ່ງ​ປັນ​ບັນ​ດາ​ໝາກ​ຜົນ​ຂອງ​ປັນ​ຍາ​ປະ​ດິດ​ໃນ​ວົງ​ກວ້າງ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຄວາມ​​ຫວັງ​ຈ​ະ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ປັນ​ຍາ​ປະ​ດິດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

top