ຂ່າວສານ

ກອ​ງ​ປະ​ຊຸມ​ທາງ​ໄກ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນສາ​ທາ​ລະ​ນະ

ການປ່ອຍເງິນລົງທຶນສາທາລະນະທີ່ດີ ຈະປະກອບສ່ວນຊຸກຍູ້ການເຕີບໂຕ, ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນໃນໄລຍະເວລາທີ່ຫຍຸ້ງຍາກຄືໃນປັດຈຸບັນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ແລະ ປະຕິບັດສາມໂຄງການເປົ້າໝາຍແຫ່ງຊາດ. ກອງປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ໂດຍເຊື່ອມຕໍ່ກັບ 63, ແຂວງນະຄອນໃນທົ່ວປະເທດ.

ເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການລົງທຶນສາທາລະນະ ແມ່ນວຽກງານທີ່ມີຄວາມສຳຄັນທີ່ສຸດ. ການປ່ອຍເງິນລົງທຶນສາທາລະນະທີ່ດີ ຈະປະກອບສ່ວນຊຸກຍູ້ການເຕີບໂຕ, ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນໃນໄລຍະເວລາທີ່ຫຍຸ້ງຍາກຄືໃນປັດຈຸບັນ. ການປ່ອຍເງິນລົງທຶນສາທາລະນະ ຈະສ້າງສະພາບແວດລ້ອມໃໝ່ແກ່ການພັດທະນາ, ປະກອບສ່ວນພັດທະນາວ່ອງໄວ ແລະ ຍືນຍົງ. ເຖິງຢ່າງໃດກໍຕາມ, ການຜັນຂະຫຍາຍປະຕິບັດແມ່ນຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການເທື່ອ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງຕັດສິນໃຈ, ມານະພະຍາຍາມ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງເຂັ້ມແຂງກວ່າອີກ ສູ້ຊົນປະຕິບັດສຳເລັດໜ້າທີ່ກ່ຽວກັບການປ່ອຍເງິນລົງທຶນສາທາລະນະປີ 2022 ຢູ່ໃນລະດັບສູງສຸດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ການລົງທຶນສາທາລະນະ ແລະ ຜັນຂະຫຍາຍ 03 ໂຄງການເປົ້າໝາຍແຫ່ງຊາດສວມບົດບາດສຳຄັນພິເສດ ນັບທັງທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງພື້ນຖານໂຄງລ່າງເສດຖະກິດ… ຈາກນັ້ນ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງໃຫ້ແກ່ການຟຶ້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມປີ 2022 ທີ່ໄດ້ວາງອອກ.


top