ຂ່າວສານ

ກອ​ງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA 41 ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ

ກອງປະຊຸມສະມັດຊາໃຫຍ່  AIPA 41 ດ້ວຍຫົວຂໍ້ “ການທູດລັດຖະສະພາເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 8 ກັນຍາ ຜ່ານທາງອອນລາຍ.

ກອງປະຊຸມສະມັດຊາໃຫຍ່ AIPA 41 ໄຂຂຶ້ນຢ່າງສົມກຽດ 

ເຂົ້າຮ່ວມພິທີໄຂມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 41, ບັນດາປະທານສະພາແຫ່ງຊາດ, ນັກທຸຕານຸທູດ ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 41 ໃຫ້ຮູ້ວ່າ ຫົວຂໍ້ຂອງ AIPA 41 ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ ແລະ ການຕອບສະໜອງຢ່າງທັນການຂອງ AIPA  ແລະ ບັນດາສະມາຊິກລັດຖະສະພາ AIPA  ສຳລັບລັດຖະບານ ແລະ ປະຊາຊົນບັນດາປະເທດ ອາຊຽນ ໃນການຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ຄວາມສາມັກຄີ, ການຮ່ວມມື ເພື່ອປະຊາຄົມ ອາຊຽນ ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ທ່ານນາງກ່າວວ່າ:

“ພວກຂ້າພະເຈົ້າຕີລາຄາສູງບັນດາຫົວຂໍ້ທັງແທດເໝາະກັບສະພາບການຕົວຈິງ ທັງມີລັກສະນະຍຸດທະສາດຍາວນານ ທີ່ຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມສະມັດຊາໃຫຍ່ AIPA 41 ຄັ້ງນີ້. ລັດຖະສະພາແຕ່ລະປະເທດຕ້ອງຄຽງບ່າຄຽງໄຫຼ່ກັບລັດຖະບານ ຊອກຫາທຸກມາດຕະການ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ຟື້ນຟູ ແລະ ພັດທະນາເສດຖະກິດ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນໄລຍະເກີດໂລກລະບາດ ແລະ ຫຼັງໂລກລະບາດ”.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍ່ໄດ້ມີບົດກ່າວປາໄສຜ່ານທາງອອນລາຍ ໂດຍຢັ້ງຢືນວ່າ:

ຍິ່ງກ່ວາເວລາໃດໝົດ, ນີ້ແມ່ນຈຸດເວລາທີ່ AIPA ສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຊຸກຍູ້ບົດບາດເປັນໃຈກາງຂອງອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ຈະມຸ່ງໄປເຖິງ “ຈິນຕະນາການເພື່ອປະຊາຄົມ, ການກະທຳເພື່ອປະຊາຄົມ” ເພື່ອເປົ້າໝາຍຫັນປະຊາຄົມອາຊຽນທີ່ເຂັ້ມແຂງ, ສະໜິດຕິດພັນ, ມີທີ່ຕັ້ງບົດບາດ, ມຸ່ງໄປສູ່ປະຊາຊົນ ແລະ ຖືປະຊາເປັນໃຈກາງຢ່າງແທ້ຈິງປະກົດຜົນເປັນຈິງ.

        ກ່າວຄຳເຫັນໃນບົດບາດເປັນປະທານ ອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງບົດບາດສຳຄັນໃນການຮ່ວມມືລະຫວ່າງ AIPA  - ອາຊຽນສຳລັບການພັດທະນາຂອງພາກພື້ນ, ພ້ອມທັງຍົກອອກການກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        ຊ່ອງທາງອຳນາດບໍລະຫານ ແລະ ຊ່ອງທາງນິຕິບັນຍັດ ອາຊຽນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດສຳເລັດບັນດາແຜນການສັງລວມດ້ວຍ 3 ເສົາຄ້ຳແມ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ ສັງຄົມ, ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືເສດຖະກິດ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ປະສານສົມທົບບັນດານະໂຍບາຍຂອງອາຊຽນ ກັບບັນດາໂຄງການພັດທະນາປະເທດຊາດຢ່າງກົມກຽວ. ຫວັງວ່າ ບັນດາສະມາຊິກລັດຖະສະພາຈະຍົກອອກຂໍ້ສະເໜີແນະ ແລະ ພ້ອມກັບລັດຖະບານບັນດາປະເທດອາຊຽນສະແດງໃຫ້ເຫັນໃນບັນດາລັດຖະນະໂຍບາຍກ່ຽວກັບທິດທາງການພັດທະນາຂອງອາຊຽນ, ສ້າງວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025 ຖືປະຊາຊົນເປັນໃຈກາງ. ບັນດາລັດຖະສະພາຮ່ວມແຮງຮ່ວມໃຈກັບລັດຖະບານຂອງບັນດາປະເທດາອາຊຽນ ສ້າງປະຊາຄົມອາຊຽນ ທີ່ເຄົາລົບກົດໝາຍ, ສະເໝີພາບ ແລະ ເຄົາລົບເຊິ່ງກັນແລະກັນ.

 ພາຍຫຼັງພິທີເປີດ, ກໍ່ໄດ້ດຳເນີນວາລະກອງປະຊຸມຄົບຄະນະຄັ້ງທີ 1 ໂດຍມີບົດກ່າວປາໄສຂອງຫົວໜ້າຄະນະບັນດາລັດຖະສະພາ ສະມາຊິກ AIPA, ບົດກ່າວຄຳເຫັນຂອງຫົວໜ້າຄະນະນັກສັງເກດ  ແລະ ບົດກ່າວຄຳເຫັນຂອງແຂກຖືກເຊີນຂອງປະເທດເຈົ້າພາບ.

(ແຫຼ່ງຄັດຈາກ VOV)


top