ຂ່າວສານ

ກອ​ງ​ທັບ ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ ຍົກ​ສູງ​ກຳ​ລັງ​ຄວາມ​ສ​າ​ມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ໃນ​ທຸກ​ກໍ​ລະ​ນີ

ການປ່ຽນແປງຂອງດິນຟ້າອາກາດແມ່ນສາຍເຫດພາໄປເຖິງການເກີດໄພທຳມະຊາດຄື ພາຍຸນ້ຳຖ້ວມ, ແຜ່ນດິນໄຫວ, ດິນເຊາະເຈື່ອນ… ນາບຂູ່ເຖິງຊີວິດອິນຊີ, ຊັບສົມບັດຂອງປະຊາຊົນ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບພື້ນຖານໂຄງລ່າງ, ເສດຖະກິດ, ສິ່ງແວດລ້ອມ. ໂດຍຮັບຮູ້ໄດ້ບັນດາຄວາມສ່ຽງນັ້ນ, ກອງທັບ 3 ປະເທດ ລາວ, ຫວຽດນາມ, ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງການຝືກຊ້ອມກູ້ໄພກູ້ຊີບດ້ວຍຂອບຂະໜາດໃຫຍ່, ດ້ານໜຶ່ງແມ່ນເພື່ອຮັບມືກັບບັນດາໄພນາບຂູ່ອາດຊະຍາກຳແບບໃໝ່ຢ່າງທັນການ, ດ້ານອື່ນແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມື, ສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງກອງທັບສາມ 3 ປະເທດ.
  ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສິລຸດ ເຂົ້າຮ່ວມການຝືກຊ້ອມ (ພາບ: TTXVN)  

ໃນສະໜາມຝຶກຊ້ອມທີ່ກວ້າງໃຫຍ່ຂຶ້ນກັບບ້ານ ອ່າງນ້ຳຫຸມ, ເມືອງ ໄຊທານີ, ຊານນະຄອນຫຼວງ ວຽງຈັນ ໃນເວລາຈັດຕັ້ງການຝືກຊ້ອມທີ່ເຕັມໄປດ້ວຍຄວາມຟົດຟື້ນ ແລະ ຮີບດ່ວນ ຄືການຕໍ່ສູ້ຕ້ານໄພທຳມະຊາດຕົວຈິງ. ເຖິງວ່ານີ້ແມ່ນການສົມທົບກັນຝືກຊ້ອມ 3 ຝ່າຍຄັ້ງທຳອິດ, ແຕ່ກໍ່ສ່ອງແສງໄດ້ເຖິງບົດຮຽນປະສົບການຢ່າງຫຼວງຫຼາຍທີ່ມີຢູ່ແລ້ວຂອງກອງທັບທັງ 3 ປະເທດ.

ທ່ານພົນຕີ ຈັນທອງ ສອນຕະອາດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ ການປ່ຽນແປງຂອງດິນຟ້າອາກາດໄດ້ພາໄປເຖິງການເກີດໄພທຳມະຊາດ ທີ່ມີການຜັນແປນັບມື້ນັບຮ້າຍແຮງ ແລະ ກໍ່ຜົນຕາມມາຢ່າງໜັກໜ່ວງກ່ຽວກັບທາງດ້ານຊີວິດອິນຊີ ແລະ ຊັບສິນຂອງທັງສາມ ປະເທດ ລາວ, ຫວຽດນາມ, ກຳປູເຈຍ. ໂດຍປະເຊີນໜ້າກັບສະພາບການນັ້ນ ລັດຖະບານ ສາມປະເທດໄດ້ກຳນົດວ່າ ກອງທັບແມ່ນກຳລັງຫຼັກແຫຼ່ງໃນວຽກງານຮັບມືກັບໄພທຳມະຊາດ ແລະ ຊອກຫາຜູ້ປະສົບເຄາະຮ້າຍ. ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວເນັ້ນໜັກວ່າ ການຝືກຊ້ອມນີ້ມີຄວາມໝາຍສຳຄັນທີ່ສຸດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການສົມທົບລະຫວ່າງກຳລັງສາມປະເທດໃນການຮັບມືກັບໄພທຳມະຊາດ ແລະ ຄົ້ນຫາ, ກູ້ໄພກູ້ຊີບ, ໄປຄຽງຄູ່ກັນນັ້ນ ກໍຍັງສະແດງໃຫ້ເຫັນຈິດໃຈສາມັກຄີ, ການຊ່ວຍເຫຼືອເຊິ່ງກັນແລະກັນ ບົນຈິດໃຈເພື່ອນມິດທີ່ເປັນມູນເຊື້ອມາແຕ່ດົນນານຂອງກອງທັບ ແລະ ປະຊາຊົນສາມປະເທດ.

ການຝືກຊ້ອມຄັ້ງ, ກຳລັງກູ້ໄພກູ້ຊີບຂອງກອງທັບ 3 ປະເທດຈະສຸມໃສ່ສອງເນື້ອໃນຫຼັກ ລວມມີວຽກງານຄົ້ນຫາກູ້ໄພກູ້ຊີບຢູ່ເຂດຖືກນ້ຳຖ້ວມ ແລະ ເຂດດິນເຊາະເຈື່ອນ, ກິດຈະກຳກໍ່ສ້າງທີ່ຖືກພັງທະລາຍ, ແກ້ໄຂການປ່ອຍທາດພິດເຄມີອອກສູ່ສິ່ງແວດລ້ອມ.

ທ່ານພັນເອກ ຟ້າມຫ໋າຍເຈົາ, ຮອງຫົວໜ້າກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ ກອງທັບຫວຽດນາມ ເຂົ້າຮ່ວມບັນດາເນື້ອໃນເກືອບທັງໝົດຂອງການຝືກຊ້ອມໂດຍກະຊວງປ້ອງກັນປະເທດລາວ ກໍ່ສ້າງ. ເນື້ອໃນຄົ້ນຫາການກູ້ໄພກູ້ຊີບຢູ່ໜ້ານ້ຳ, ຫວຽດນາມ ໄດ້ລະດົມທັງກຳລັງທະຫານຊ່າງແສງ ແລະ ກຳລັງກອງທັບອາກາດ ເຂົ້າຮ່ວມ ດ້ວຍການໜູນຊ່ວຍຂອງ ເຮລີກອບເຕີ, ເຮືອຫຼາຍຊະນິດ ແລະ ກຳລັງຄົ້ນຫາຄົນໃຕ້ນຳ້. ທ່ານພັນເອກ ຟ້າມຫ໋າຍເຈົາ ໃຫ້ຮູ້ວ່າ:

ສຳລັບເນື້ອໃນກູ້ໄພກູ້ຊີບທາງບົກ ຍົກຕົວຢ່າງຄື ບັນຫາກິດຈະກຳກໍ່ສ້າງຖືກພັງທະລາຍ ແລະ ບັນຫາປ່ອຍທາດເຄມີຫວຽດນາມ ໍ່ໄດ້ເຂົ້າຮ່ວມທຸກກໍລະນີ ແລະ ນຳໃຊ້ລົດກູ້ໄພກູຊີບອະເນກປະສົງດ້ວຍການເຂົ້າຮ່ວມຂອງກຳລັງເສນາຮັກ ຫວຽດນາມ ແລະ ພາຫະນະທີ່ທັນສະໄໝ.

ທ່ານພັນເອກ ປາດຖະນາ ບຸດຕິຈັກ, ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ ໃນຕະຫຼອດໄລຍະຈັດຕັ້ງການຝືກຊ້ອມຮ່ວມ, ທຸກໆມື້ບັນດາຝ່າຍໄດ້ພ້ອມກັນປືກສາຫາລື, ແລກປ່ຽນຖອດຖອນບົດຮຽນທີ່ດີຂອງກອງທັບແຕ່ລະປະເທດໃນວຽກງານກູ້ໄພກູ້ຊີບ ເພື່ອນຳໃຊ້ເຂົ້າພຶດຕິກຳຕົວຈິງ ເມື່ອເກີດໄພທຳມະຊາດ. ການຝືກຊ້ອມຄັ້ງນີ້ມີການເຂົ້າຮ່ວມຂອງພະນັກງານ, ນັກຮົບ ປະມານ 500 ຄົນ ຂອງກອງທັບ 3 ປະເທດ ພ້ອມກັບການເຂົ້າຮ່ວມຂອງພາຫະນະເຕັກນິກຫຼາຍຢ່າງ, ແຕ່ດ້ວຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ຄວາມສາມັກຄີ, ມີລະບຽບວິໄນສູງ, ບັນດານັກຮົບໄດ້ຮັບປະກັນຄວາມປອດໄພໃນຕະຫຼອດໄລຍະການຝືກຊ້ອມ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງຖືກຕ້ອງຕາມເປົ້າໝາຍ ແລະ ແຜນການທີ່ວາງອອກໃນເບື້ອງຕົ້ນ.


top