ຂ່າວສານ

ກອນ​ຕຸມ: ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອ​ງ​ທ່ຽວ​ມັງ​ແດນ ປີ 2022

ເຫດການໄດ້ຈັດຂຶ້ນນັບແຕ່ວັນທີ 26 ຫາວັນທີ 31 ທັນວາ, ສັບປະດາວັດທະນະທຳ - ການທ່ອງທ່ຽວມັງແດນ ປີ 2022 ໄດ້ຈັດບັນດາການເຄື່ອນໄຫວຄື: ງານວາງສະແດງວັດທະນະທຳຮີດຄອງປະເພນີ ໄຕງວຽນ, ການສະແດງເຄື່ອງດົນຕີພື້ນເມືອງ; ວາງສະແດງ, ແນະນະບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ອາຫານການກິນ…
  ລາຍການສະແດງສິລະປະ  

ດ້ວຍຫົວຂໍ້ “ດອກສະກຸຣະທ່າມກາງ ປ່າຕືບດົງໜາ ມັງແດນ”, ຕອນຄ່ຳວັນທີ 26 ທັນວາຢູ່ເມືອງ ກອນປລົງ, ແຂວງ ກອນຕຸມ, ໄດ້ໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ມັງແດນ ປີ 2022 ຂຶ້ນ. ເຫດການເພື່ອແນໃສ່ແນະນຳຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນພົ້ນເດັ່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ບໍລິເວນແຂວງ ກອນຕຸມ ເວົ້າສະເພາະ ແລະ ເຂດໄຕງວຽນເວົ້າລວມ ກັບເພື່ອນມິດ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ທ່ານ ຟ້າມວັນທັ໊ງ, ຮອງປະທານຄະນະກຳມະການປະຊາຊົນເມືອງກອນປລົງ, ແຂວງກອນຕຸມ ໃຫ້ຮູ້ວ່າ:

ນີ້ແມ່ນລາຍການພິເສດຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ກອນຕຸມ. ທາງເມືອງພ້ອມກັບບັນດານັກອອກແບບ, ນັກສະສົມວັດທະນະທຳຂອງເຂດໄຕງວຽນ ໄດ້ຈັດພື້ນທີ່ວັດທະນະທຳ ໄຕງວຽນ ຢູ່ມັງແດນ ເຊິ່ງໄດ້ຮັບການຕີລາຄາສູງຈາກແຂກທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທາງເມືອງຈະອະນຸລັກກໍ່ຄືເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ເຮັດແນວໃດເພື່ອໃຫ້ແຂກທ່ອງທ່ຽວຢູ່ທຸກເຂດພາກ ແລະ ຕ່າງປະເທດມາລົງພຶດຕິກຳຕົວຈິງ, ຮູ້ສຶກໄດ້ເຖິງວັດທະນະທຳຂອງໄຕງວຽນ.

top